Ad

Ad

15 February 2016

ເຈົ້າ​ໜ້າ​ທີ່ພວມ​ເລັ່ງຫາ​ສາ​ເຫດ​ໄຟ​​ໄໝ້ຕະຫລາດ​ໂອ​ທ໋ອບ ຢູ່​​ເມືອງ​ປາກ​ເຊ

ໃນເວລາປະມານ 20 ​ໂມງຂອງວັນທີ 12 ກຸມພາຜ່ານມານີ້, ​ໄດ້ເກີດໄຟໃໝ້ຕະຫລາດໂອທ໋ອບ ທີ່ຕັ້ງຢູ່ບ້ານທ່າສາລະຄຳ, ​ເມືອງປາກເຊແຂວງຈຳປາສັກ ຕະຫລາດດັ່ງກ່າວເປັນອາຄານສູງ 3 ຊັ້ນ, ຊຶ່ງສ້າງຕັ້ງຂຶ້ນໄດ້ປະມານ 10 ກວ່າປີແລ້ວເຫດໄຟໄໝ້ດັ່ງກ່າວໄດ້ເກີດຂຶ້ນຢູ່ຊັ້ນ 3 ຂອງຕຶກອາຄານເຮັດໃຫ້ໄຟໄດ້ລຸກລາມທົ່ວຊັ້ນເຄື່ອງຂອງຖືກໄຟໄໝ້ເສຍຫາຍ​​ເປັນຈຳນວນຫລາຍ, ​ແຕ່ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບແລະເສຍຊີວິດສ່ວນສາເຫດແລະ ມູນຄ່າເສຍຫາຍເຈົ້າໜ້າທີ່ພວມເລັ່ງຫາສາເຫດຂອງການເກີດອັກຄີໄພຄັ້ງນີ້. ​


ແນວໃດກໍຕາມເຈົ້າໜ້າທີ່ຍັງໄດ້ຮຽກຮ້ອງໃຫ້ເຈົ້າຂອງເຮືອນ, ​ຫ້າງຮ້ານ, ບໍລິສັດແລະ ອົງການຕ່າງໆ, ຈົ່ງມີສະຕິໃນການຊົມໃຊ້ຟືນໄຟແລະ ຕ້ອງດັບມອດ​​ໄຟທຸກຄັ້ງຫລັງຈາກໃຊ້ງານແລ້ວ, ​ບໍ່ຄວນນຳໃຊ້ໄຟຟ້າຈົນເກີດຂອບເຂດ, ​ເພາະຈະເຮັດໃຫ້ເກີດອັກຄີໄພໄດ້ງ່າຍແລະ ການໃຕ້ທູບທຽນບູຊາ ກໍໃຫ້ດັບມອດທັນທີເມື່ອສຳເລັດພິທີ, ທັງນີ້ ກໍເພື່ອຮັບປະກັນບໍ່ໃຫ້ເກີດອັກຄີໄພຕາມມາ.

No comments:

Post a Comment