Ad

Ad

15 February 2016

​ຂັບ​ໄວ ເສຍ​ຫລັກ​ເລີຍ​ໂຄ້ງ ​ເຮັດ​ໃຫ້​ເສຍ​ຊີວິດ​ຄາ​ທີ່

     ​ທ່ຽງຄືນຂອງວັນທີ 13 ກຸມພາຜ່ານມາ, ຢູ່ເຂດບ້ານນາໄຫ, ​ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ, ​ໄດ້ເກີດມີລົດຈັກ​1 ຄັນ ຂັບຂີ່ໂດຍທ້າວ ຊັນນະວັດ ອາມົນທານາວັດ (ສັນຊາດໄທ) ອາຍຸ 45 ປີ ພັກເຊົາຢູ່ບ້ານຮ່ອງແກເມືອງໄຊເສດຖາ ນະຄອນຫລວງວຽງຈັນແລ່ນມາແຕ່ທາງຕັດໃໝ່ບ້ານນາໄຫ ມຸ້ງໜ້າໄປທາງ​​ໂຮງຮຽນ ດົງຄຳຊ້າງ ພໍມາຮອດຈຸດເກີດເຫດ, ຊຶ່ງເປັນທາງໂຄ້ງ​ ​ເຮັດໃຫ້ຜູ້ກ່ຽວເສຍຫລັກລົ້ມລົງຂ້າງທາງຢ່າງ​​ແຮງສົ່ງຜົນໃຫ້​​ເສຍຊີວິດຄາທີ່. ປັດຈຸບັນສົບຂອງຜູ້ກ່ຽວແມ່ນຢູ່ໂຮງໝໍມະໂຫສົດພວມເລັ່ງຕິດຕໍ່ຫາຍາດພີ່ນ້ອງມາຮັບ​​ເພື່ອໄປທຳພິທີທາງສາສະໜາ.


     ​ເຈົ້າໜ້າທີ່ໃຫ້ຮູ້ວ່າ: ປັດຈຸບັນອຸປະຕິເຫດເກີດຂຶ້ນສ່ວນໃຫຍ່ແມ່ນເກີດຈາກການດຶ່ມສິ່ງມຶນເມົາແລ້ວຂັບຂີ່, ຂັບລົດດ້ວຍຄວາມໄວສູງ, ຂາດສະຕິ, ບໍ່ເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດຈຶ່ງເຮັດໃຫ້ເກີດອຸປະຕິ​​ເຫດຕາມມາ​, ດັ່ງນັ້ນ ຜູ້ຂັບຂີ່ທຸກຄົນຈົ່ງພາກັນເອົາໃຈໃສ່ໃນ​​ເວລາຂັບຂີ່ໃຫ້ມີຄວາມລະມັດລະວັງແລະ ມີສະຕິທຸກຄັ້ງ​​ໃນເວລາຂັບຂີ່ລົດເພື່ອຫລີກລ້ຽງອຸປະຕິ​​ເຫດ​​ທີ່ຈະເກີດຂຶ້ນ.

No comments:

Post a Comment