Ad

Ad

15 February 2016

ນຳ​ສະ​ເໜີ​ຜະລິດ​ຕະພັນ​ຢາສະຜົມ ​ເຄລຍ ​​ໃໝ່ ຫອມກິ່ນ​ດອກ​ຊາ​ກຸລະ

           ວັນທີ 13 ກຸມພາຜ່ານມານີ້, ບໍລິສັດ ຢູນີລີເວີ ລາວຈຳກັດ, ​ໄດ້ນຳສະເໜີຜະລິດຕະພັນໃໝ່ຢາສະຜົມ​ ​ເຄລຍ ທີ່ມີກິ່ນຫອມດອກຊາກຸລະຂຶ້ນທີ່ສູນການຄ້າວຽງຈັນ-​ເຊັນເຕີ ນະຄອນຫລວງວຽງຈັນ, ພາຍໃນງານໄດ້ມີກິດຈະກຳຕ່າງໆໃຫ້ມວນຊົນໄດ້ມີສ່ວນຮ່ວມ, ​ໂດຍການເປີດໃຫ້ມວນຊົນໄດ້ທົດລອງສະຜົມດ້ວຍຢາສະຜົມຍີ່ຫໍ້​​ໃໝ່ດັ່ງກ່າວ, ພ້ອມທັງຈັດແຕ່ງຊົມຜົມໃຫ້ໂດຍບໍ່ເສຍຄ່າ ດ້ວຍຊ່າງເສີມສວຍທີ່ມີປະສົບການ​, ​ເຊິ່ງເຫັນວ່າ​​ໄດ້ຮັບຄວາມສົນໃຈຈາກບັນດາສາວໆເປັນຈຳ ນວນຫລາຍ. ພ້ອມນີ້ ຍັງໄດ້ມີໂອກາດໂອ້ລົມກັບມວນຊົນຜູ້ທີ່ຜ່ານການທົດລອງສະຜົມກັບຢາສະ ຜົມເຄລຍ ທຸກຄົນຕ່າງກໍບອກເປັນສຽງ
ດຽວກັນວ່າ: ຢາສະຜົມເຄລຍ ສາມາດກຳຈັດ​​ຂີ້ຫົວໄດ້ເປັນຢ່າງດີ, ພ້ອມທັງມີກິ່ນຫອມດອກຊາກຸລະແລະ ຍັງເຮັດໃຫ້ສົດຊື່ນນຳອີກ.

          ປັດຈຸບັນຜະລິດຕະພັນດັ່ງກ່າວແມ່ນມີວາງຈຳໜ່າຍຢູ່ຕາມຮ້ານຄ້າແລະ ຕະຫລາດໃນທົ່ວປະເທດ​​ແລ້ວ, ຊຶ່ງຢາສະຜົມເຄລຍ ກິ່ນດອກຊາກຸລະນີ້ ປະກອບມີ 3 ຂະໜາດຄື: ​ແບບກ່ອງໃຫຍ່ ບັນຈຸ 340 ມີລີລິດ, ຂະໜາດແບບກ່ອງກາງ ບັນຈຸ 70 ມີລີລິດແລະແບບຊອງບັນຈຸ 50 ມີລີລິດ.

No comments:

Post a Comment