Ad

Ad

15 February 2016

ສຸວັນ​ນີ ນຳ​ສະ​ເໜີ​ຜະລິດ​ຕະພັນ​ເຄື່ອງ​ຄົວສະ​ຕາ​ມາກ

ວັນທີ 12 ກຸມພາຜ່ານມານີ້, ບໍລິສັດສຸວັນນີໂຮມເຊັນເຕີ ມະຫາຊົນ ຮ່ວມກັບ ບໍລິສັດ ສະຕາມາກເມນນູແຝກເຈີລິງ ຈຳກັດ ຜູ້ອອກແບບຜະລິດເຟີນີເຈີ​​ເຄື່ອງຄົວ​ ​ນຳສະເໜີຊຸດ​​ເຄື່ອງຄົວແບບຝັງເຄົາເຕີສຳເລັດຮູບແລະ ຊຸດເຄື່ອງຄົວອະເນກປະສົງ (DIY), ​ເພື່ອຕອບສະ ໜອງກັບຄວາຮຽກຮ້ອງຂອງສັງຄົມ​​ໃນຍຸກໃໝ່.
ທ່ານ ວັດດານາ ສຸຄະບັນດິດ ຮອງປະທານສະພາບໍລິຫານ, ຜູ້ອຳນວຍການບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ ກ່າວວ່າ: ບໍລິສັດ ພວກເຮົາໄດ້ຮ່ວມກັບ ສະຕາມາກ ​​​ນຳສະເໜີ ຊຸດ​​ເຄື່ອງຄົວຕ່າງໆ ທີ່ມີຫລາຍຮູບ​​ແບບໃຫ້ເລືອກຊື້, ​ເລືອກໃຊ້ຢ່າງໜ້າພໍໃຈ, ສະຕາມາກເປັນ
ຜະລິດຕະພັນທີ່ສວຍງາມ, ທັນສະໄໝ, ຫລູລາ, ທົນທານ, ກະທັດຫັດ ແລະ ຍັງຄົງຮັກສາຄວາມເປັນລາວໄວ້​. ນອກຈາກນີ້ ຍັງມີເຄື່ອງຄົວສຳເລັດຮູບທີ່ອອກແບບມາໃຫ້ເໝາະກັບການໃຊ້ຊີວິດໃນຍຸກປັດຈຸບັນ, ​ເຊິ່ງເປັນການລວມເອົາຮູບແບບທີ່ໄດ້ຮັບຄວາມນິຍົມສູງສຸດມາເກັບໄວ້ຢູ່ໃນຜະລິດຕະພັນດັ່ງກ່າວ​.

ສຸວັນນີເປັນບໍລິສັດດຳເນີນທຸລະກິດຈຳໜ່າຍສິນຄ້າແລະ ບໍລິການດ້ານວັດສະດຸກໍ່ສ້າງ, ຕົບແຕ່ງບ້ານແລະ ອາຄານແບບຄົບວົງຈອນ, ​ເຊິ່ງມີສູນວາງສະແດງທີ່ກວ້າງຂວາງແລະ ທັນໄໝ, ພາຍໃຕ້ເຄື່ອງໝາຍການຄ້າ ສຸວັນນີ ທີ່ເປັນອັນດັບໜຶ່ງໃນ ສປປ ລາວ, ພ້ອມນີ້ຍັງໄດ້ຈຳໜ່າຍອຸປະກອນເຄື່ອງມືຊ່າງ, ​ເຟີນີເຈີ, ລິບແລະ ບັນໄດເລື່ອນອີກດ້ວຍ.

No comments:

Post a Comment