Ad

Ad

15 February 2016

ເຜີຍ​ແຜ່​ຄວາມ​ຮູ້​ພະລັງງານ​ທົດ​ແທນໃຫ້​ນັກ​ສຶກສາ​ຄະນະ​ປ່າ​ໄມ້

      ​ໃນວັນທີ 12 ກຸມພານີ້, ອົງການອະນຸລັກທຳມະຊາດໂລກ ປະຈຳລາວ ຮ່ວມກັບມະຫາວິທະ ຍາໄວແຫ່ງຊາດໄດ້ຈັດກິດຈະກຳເຜີຍແຜ່ຄວາມຮູ້ກ່ຽວກັບພະລັງງານທົດແທນ​​ໃຫ້ນັກສຶກສາຄະ ນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ຮູບຮູ້, ​ເຂົ້າໃຈແລະ ຫັນມາໃຫ້ຄວາມສຳຄັນໃນການປະຢັດພະລັງງານຫລາຍຂຶ້ນໃນຕໍ່ໜ້າ, ​ໂດຍມີທ່ານ ຮສຈ. ດຣ ຄຳຫລ້າ ພັນວິໄລ ຮອງອະທິການບໍດີ ຄະນະປ່າໄມ້, ທ່ານ ສົມພອນ ບົວສະຫວັນ ຫົວໜ້າກອງທຶນອະນຸລັກໂລກ ປະຈຳລາວ ພ້ອມດ້ວຍນັກສຶກສາຄະນະດັ່ງກ່າວເຂົ້າຮ່ວມ​​ເປັນຈຳນວນຫລາຍ.
     ທ່ານ ສົມພອນ ບົວສະຫວັນໃຫ້ຮູ້ວ່າ: ປັດຈຸບັນໂລກກຳລັງປະເຊີນກັບ ສະພາວະໂລກຮ້ອນແລະ ການປ່ຽນແປງສະພາບດິນຟ້າອາກາດ ທີ່ເກີດຈາກການກະທຳຂອງມະນຸດ. ສະນັ້ນ ທົ່ວໂລກ ຈຶ່ງໃຫ້ຄວາມສຳຄັນແລະເອົາໃຈໃສ່ເພື່ອສົ່ງເສີມການນຳໃຊ້ພະລັງງານທົດແທນ ຫລື ພະລັງງານທາງເລືອກໃໝ່ທີ່ເປັນມິດກັບສິ່ງແວດລ້ອມແລະ ມີຄວາມຍືນຍົງເຊັ່ນ: ພະລັງງານແສງແດດ, ລົມ, ຊີວະພາບແລະ ອື່ນໆ, ນອກນີ້ ອົງການອະນຸລັກທຳມະຊາດໂລກໄດ້ສຶກສາວິໄສທັດດ້ານພະລັງ ງານ-​ແຜນດ້ານພະລັງງານ ທີ່ມີຄວາມຍືນຍົງໃນປີ 2050 ​ໃນບັນດາປະເທດເຂດແມ່ນ້ຳຂອງ​, ​ເຊິ່ງການຄົ້ນຄວ້າດັ່ງກ່າວ ຈະສາມາດຊີ້ໃຫ້ເຫັນວ່າຈະສາມາດນຳໃຊ້ພະລັງງານທົດແທນແລະ ມີພະລັງງານພຽງພໍ ຫລື ບໍ່, ມີພະລັງງານຫລາຍປານໃດແລະ ຈະນຳໃຊ້ພະລັງງານດັ່ງກ່າວແນວໃດເພື່ອຮັບປະກັນໃຫ້ມີພະລັງງານແລະ ມີຄວາມຍືນຍົງໃນອະນາຄົດ ລວມທັງການເຂົ້າເຖິງການນຳໃຊ້ໄຟຟ້າທີ່ພໍພຽງ.

No comments:

Post a Comment