Ad

Ad

15 February 2016

ພູ​ເບ້ຍ​ມາຍ​ນິງ ບັນລຸ​ຕົວ​ເລກ​ການ​ຜະລິດ​ຂອງ​ໃນ​ປີ 2015

ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ (PBM), ​ໄດ້ໃຫ້ຮູ້​​ເມື່ອບໍ່ດົນມານີ້ວ່າ: ບໍລິສັດໄດ້ບັນລຸສະຖິຕິການຜະລິດທອງໃນແຮ່​​ເຂັ້ມຂຸ້ນ, ​ໃນລະຫວ່າງໄຕມາດທີສີ່ (​ເດືອນກັນຍາ ຫາ​ ​ເດືອນທັນ ວາ ປີ 2015) ​ໂຮງງານຂຸດຄົ້ນ-ປຸງແຕ່ງທອງແລະ ຄຳ ພູຄຳ ສາມາດຜະລິດທອງໃນແຮ່ເຂັ້ມຂຸ້ນໄດ້ 21.861​ ​ໂຕນ, ​ເຊິ່ງເປັນການປະກອບໃສ່ການຜະລິດທອງໃນແຮ່ເຂັ້ມຂຸ້ນຈຳນວນທັງໝົດ 78.449 ​ໂຕນໃນປີ 2015 ​ແລະ ຕົວ​​ເລກນີ້ແມ່ນລື່ນເປົ້າໝາຍວາງໄວ້ປະມານ 74-76.000 ​ໂຕນ ຕົວເລກການຜະລິດຂອງໄຕມາດັ່ງກ່າວມາເຖິງປັດຈຸບັນໄດ້ປະກອບສ່ວນເຂົ້າໃນການຜະລິດທອງໃນແຮ່​​ເຂັ້ມຂຸ້ນທັງໝົດຫລາຍກວ່າ 460.000 ​ໂຕນ ນັບຕັ້ງແຕ່ເລີ່ມຕົ້ນການຜະລິດຂອງໂຮງງານ ພູຄຳໃນປີ 2008.

          ປະລິມານຂຸດຄົ້ນທັງໝົດ ຢູ່ໂຮງງານ ພູຄຳໃນລະຫວ່າງໄຕມາດເດືອນທັນວາໄດ້ທັງໝົດ 15,6 ລ້ານໂຕນ (Mt) ລວມທັງປະລິມານການຜະລິດ-ປຸງແຕ່ງສິນແຮ່ຈຳນວນ 4,9 ​ໂຕນ, ສະເລ່ຍການສະກັດແຮ່ທອງທັງໝົດມີຫລາຍກວ່າ 80% ​ແລະ ຄຸນນະພາແຮ່ທອງສະເລ່ຍແມ່ນ 0,56% ​ແລະ ການລົງທຶນຈຳນວນ 200 ລ້ານໂດລາສະຫະລັດເຂົ້າໃນໂຄງການຈົນສາມາດເພີ່ມປະສິດທິພາບໃນການຜະລິດສະກັດແຮ່ໄດ້ສູງຂຶ້ນ.
     ການປະຕິບັດວຽກງານດ້ານການຜະລິດແລະ ການປະຢັດຄ່າໃຊ້ຈ່າຍກໍສາມາດປະຕິບັດໄດ້ຕາມແຜນວາງໄວ້, ການປະຕິບັດດ້ານຄ່າໃຊ້ຈ່າຍແມ່ນໄດ້ຮັບໝາກຜົນດີເນື່ອງຈາກການຜະລິດທີ່ໄດ້ສູງຂຶ້ນ, ຕົ້ນທຶນການຜະລິດ-ປຸງແຕ່ງທີ່ຕ່ຳລົງ, ຕົ້ນທຶນການຄຸ້ມຄອງບໍລິຫານພາກສະໜາມທີ່ຕ່ຳລົງແລະ ການຂາຍໂລຫະມີຄ່າໄດ້ສູງຂຶ້ນ.

     ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ກ່າວວ່າ: ບໍລິສັດແມ່ນຜູ້ຜະລິດທອງລາວໃຫຍ່​​ໃນປະເທດລາວ, ​ເຖິງວ່າສະພາບລາຄາໂລຫະທາດຕົກຕ່ຳກໍຕາມແຕ່ບໍລິສັດ ຍັງສາມາດບັນລຸຜົນການຜະລິດທອງແລະ ການປະຢັດຕົ້ນທຶນໄດ້ຢ່າງດີເລີດ, ພວເຮົາຂໍສະແດງຄວາມຂອບໃຈໄປຍັງພະນັກງານຂອງບໍລິສັດ ພູເບ້ຍ ມາຍນິງ ທຸກຄົນສຳລັບການເຮັດວຽກຢ່າງບໍ່ຮູ້ອິດຮູ້​​ເມື່ອຍຂອງພວກເຂົາເຈົາແລະ ບໍລິສັດຄາດວ່າການຜະລິດທອງຈະເພີ່ມຂຶ້ນອີກໃນປີ 2016.

No comments:

Post a Comment