ໂດຍ:
ວິເສດ ສະແຫວງສຶກສາ
ກ່ອນຈະເຂົ້າເນື້ອເລື່ອງທີ່ຢາກເວົ້າ,
ຂໍອະນຸຍາດປະຊາສຳພັນໜ້ອຍໜຶ່ງວ່າ ຄໍລຳເກີດໃໝ່ໃຫຍ່ລຸນ “ເບິ່ງກວ້າງເຫັນໄກ”
ນີ້ ມີເປົ້າໝາຍນຳສະເໜີໃຫ້ຮູ້ກ່ຽວກັບຂະບວນການນິຕິກຳ, ມາດຕະການ ແລະ ນະໂຍບາຍຂອງບາງປະເທດ
ແລະ ສາກົນທີ່ພົວພັນກັບການຄຸ້ມຄອງລັດຄຸ້ມຄອງສັງຄົມ ໂດຍແຕ່ລະບົດຈະລົງບັນຫາດຽວ.
ສຳລັບມື້ນີ້ລອງໄປເບິ່ງມາດຕະການຄວບຄຸມ ແລະ ຄຸ້ມຄອງສັງຄົມອອນລາຍຂອງຍຸກເຕັກໂນໂລຊີຂໍ້ມູນຂ່າວສານທີ່ກ້າວໄກໄວປານຈະຫລວດ.
ໃນລະຫວ່າງກາງປີຜ່ານມາຜູ້ຂຽນໄດ້ອ່ານຂ່າວເປັນພາສາອັງກິດທີ່ແຍ້ມໃຫ້ເຫັນທັດສະນະຂອງທ່ານ
ຫງວຽນເຕິນຢຸງ ນາຍົກລັດຖະມົນຕີ ສສ ຫວຽດນາມ ກ່ຽວກັບການຄຸ້ມຄອງຂໍ້ມູນຂ່າວສານຜ່ານລະບົບອິນເຕີເນັດ
ໂດຍສະເພາະແມ່ນສັງຄົມອອນລາຍ. ເປັນຂ່າວກ້ອມໆແຕ່ມີຄວາມໝາຍໜັກແໜ້ນ. ເມື່ອຕີເປັນຄວາມໝາຍຕາມຄວາມເຂົ້າໃຈຂອງຜູ້ຂຽນແລ້ວກໍແມ່ນວ່າ
ໃນຍຸກເຕັກໂນໂລຊີຂໍ້ມູນຂ່າວສານເບັ່ງບານນີ້, ເປັນການຍາກທີ່ຈະ
ຕ້ານທານກະແສທາງລົບໄດ້,
ພວກເຮົາຕ້ອງປັບຕົນເອງໃຫ້ສາມາດຢູ່ຄູ່ກັນໄດ້, ສຳຄັນທີ່ສຸດຕ້ອງຮູ້ນຳໃຊ້ມັນ
(ໄອທີ) ໃຫ້ເປັນປະໂຫຍດສູງສຸດລື່ນກາຍຜົນກະທົບທາງລົບຂອງມັນ. ຈາກທັດສະນະດັ່ງກ່າວ
ພວກເຮົາເຫັນແລ້ວວ່າຕ້ອງຮູ້ນຳໃຊ້, ຕ້ອງຮູ້ຫັນປ່ຽນກັ່ນຕອງເອົາແຕ່ແນວດີໆຈາກຍຸກໄອທີ.
ສ່ວນທ່ານ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ນັ້ນໄດ້ເນັ້ນການໃຊ້ສື່ສັງຄົມອອນລາຍ
ໂດຍສະເພາະແມ່ນເຟດບຸກ (Facebook) ໃນທາງທີ່ດີງາມ, ຫລີກເວັ້ນການໃຊ້ຖ້ອຍຄຳໝິ່ນປະໝາດໃສ່ຮ້າຍປ້າຍສີຄົນອື່ນ
ໂດຍສະເພາະແມ່ນການນຳຂອງປະເທດ. ທ່ານບອກວ່າຜູ້ໃດກ້າຝືນກະແສ ຜູ້ນັ້ນຈະຕ້ອງໄດ້ຮັບໂທດ
ເພາະໃນປັດຈຸບັນຜູ້ທີ່ຜົດ (Post) ຖ້ອຍຄຳບໍ່ດີລົງເຟດບຸກນັ້ນບໍ່ມີບ່ອນຫລົບລີ້ອີກແລ້ວ
ແລະ ວ່າທາງການສາມາດຈັບຕົວບຸກຄົນນັ້ນພາຍໃນບໍ່ເກີນ 7 ຊົ່ວໂມງ. ທ່ານນາຍົກ
ຮຸນເຊນ ເອງກໍໄດ້ເປີດໜ້າຈໍເຟດບຸກເປັນສ່ວນຕົວທ່ານ ໂດຍເນັ້ນວ່າ ທ່ານຈະນຳໃຊ້ເຟດບຸກເພື່ອອົບຮົມສຶກສາຊາວໜຸ່ມກຳປູເຈຍໃຫ້ຮູ້ໃຊ້ປະໂຫຍກຄຳເວົ້າທີ່ເໝາະສົມໃນເຟດບຸກ.
ຂໍ້ມູນນີ້ແກະມາຈາກໜັງສືພິມ ວຽງຈັນທາມ ສະບັບວັນທີ 30 ເດືອນທັນວາ 2015. ສຳລັບຢູ່
ສປ ຈີນ ນັ້ນ ການຄວບຄຸມສື່ສັງຄົມອອນລາຍນັ້ນຈະເນັ້ນການປາບປາມອາດຊະຍາກຳທາງອິນເຕີເນັດ
ເຊັ່ນການນຳໃຊ້ເວັບໄຊເພື່ອຕົວະຕົ້ມຫລອກລວງບຸກຄົນ ແລະ ສັງຄົມ, ການສົ່ງຄື້ນລົບກວນລະບົບອິນເຕີເນັດ,
ການລັກເຈາະຂໍ້ມູນທະນາຄານ, ການໂຄສະນາຂາຍສິນຄ້າເຖື່ອນ, ໂສເພນີ ແລະ ອື່ນໆ.
ການຄວບຄຸມນັ້ນລວມເອົາທາງມາດຕະການຈັບກຸມລົງໂທດ ແລະ ການຕິດຕັ້ງເຄື່ອງມືເພື່ອສືບສວນສອບສວນຂໍ້ມູນຜ່ານອິນເຕີເນັດ.
ສະຖິຕິປີ 2015 ບອກວ່າທົ່ວປະເທດຈີນມີສູນພິສູດຂໍ້ມູນດັ່ງກ່າວຈຳນວນ 300
ແຫ່ງ. ໃນ 6 ເດືອນຕົ້ນປີ 2015, ທາງການສາມາດແກ້ໄຂຄະດີອາດຊະຍາກຳທາງອິນເຕີເນັດໄດ້ກວ່າ
400 ເລື່ອງ, ຈັບກຸມ ແລະ ກັກຂັງຜູ້ທີ່ຖືກສົງໄສວ່າມີສ່ວນຮ່ວມກັບການກໍ່ອາດຊະຍາກຳທາງອິນເຕີເນັດຈຳນວນຫລາຍກວ່າ
900 ຄົນ. ສ່ວນຢູ່ມາເລເຊຍນັ້ນ ວຽກຄວບຄຸມສັງຄົມອອນລາຍປະເພດເຟດບຸກ, ທະວິດເຕີ,
ວອດແອບ ແລະ ອື່ນໆນັ້ນແມ່ນໜຶ່ງໃນສາມໜ້າວຽກບູລິມະສິດຂອງເຈົ້າໜ້າທີ່ຕຳຫລວດສຳລັບປີ
2016. ກອງບັນຊາການຕຳຫລວດມາເລເຊຍບອກວ່າ ມາດຕະການນີ້ບໍ່ມີເປົ້າໝາຍບັນທອນສິດເສລີພາບຂອງພົນລະເມືອງໃນການມີຄວາມຄິດເຫັນແຕ່ປະການໃດ,
ມີພຽງເພື່ອກຳຈັດຂໍ້ຄວາມທີ່ຍຸຍົງສົ່ງເສີມໃສ່ຮ້າຍປ້າຍສີຈາກຄົນບໍ່ດີເທົ່ານັ້ນ.
ທັງນີ້ກໍເພື່ອປົກປັກຮັກສາຄວາມໝັ້ນຄົງຂອງຊາດ. ການຄວບຄຸມສື່ສັງຄົມອອນລາຍຢູ່ມາເລເຊຍນັ້ນມີສາມພາກສ່ວນຮ່ວມມືກັນຮັບຜິດຊອບ
ຄືເຈົ້າໜ້າທີ່ຕຳຫລວດ, ອົງການນັກກົດໝາຍ ແລະ ຄະນະກຳມະການຂ່າວສານ ແລະ ສື່ມວນຊົນ.
ຢູ່ປະເທດສີລັງກາ, ທາງການໄດ້ເອົາໃຈໃສ່ຄວບຄຸມພະນັກງານຂອງລັດທີ່ເສຍເວລາຍ້ອນຫລິ້ນເຟດບຸກ.
ຈາກການສຳຫລວດຢູ່ສຳນັກງານອົງການຂອງລັດຈຳນວນ 350 ແຫ່ງທົ່ວປະເທດພາຍໃນ
3 ເດືອນໄດ້ພົບວ່າກວ່າ 60% ຂອງພະນັກງານໄດ້ເສຍໂມງການໄປລ້າໆກັບໜ້າຈໍເຟດບຸກຢ່າງໜ້ອຍ
2 ຊົ່ວໂມງຕໍ່ມື້ ເຊິ່ງເປັນການບັນທອນປະສິດທິພາບໃນການເຮັດວຽກຂອງພະນັກງານ.
ຢູ່ປະເທດລາວພວກເຮົາ ຖ້າມີການສຳຫລວດເລື່ອງນີ້ກໍຄົງຈະດີບໍ່ຢອກ ເພາະຈະໄດ້ຮູ້ວ່າມີຈັກເປີເຊັນຂອງພະນັກງານທີ່ຕິດເຟດບຸກປານຕິດຢາບ້າ
ອັນເປັນການໂກງເວລາລັດຖະການ ເພື່ອກິນເງິນເດືອນລັດລ້າໆ. ນີ້ຄືຂໍ້ມູນທີ່ຂໍແລກປ່ຽນກັບບັນດາທ່ານ
ເພື່ອວ່າພວກເຮົາຈະເຫັນນຳກັນເຖິງຜົນໄດ້ຜົນເສຍໃນຍຸກໄອທີເບັ່ງບານແລ້ວຮ່ວມກັນຫາວິທີແກ້ໄຂຕາມທາງຄວນ.
No comments:
Post a Comment