Ad

Ad

29 April 2015

ວຽກງານຊັບສິນທາງປັນຍາເປັນແຮງຍູ້ດັນການພັດທະນາປະເທດ



ວັນທີ 28 ເມສານີ້, ກົມຊັບສິນທາງປັນຍາ, ກະຊວງວິທະຍາສາດ ແລະ ເຕັກໂນ ໂລຊີ, ໄດ້ຈັດກອງປະຊຸມ ເຜີຍແຜ່ຊັບສິນທາງປັນຍາຂຶ້ນ, ຢູ່ສູນການຄ້າລາວ- ໄອເຕັກ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຫຸ່ມພັນ ອິນທະຣາດ ລັດ ຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຜູ້ຕ່າງ ໜ້າຈາກກະຊວງ, ສະ ຖາບັນການສິກສາ ແລະ ໂຮງຈັກໂຮງງານຕ່າງໆເຂົ້າຮ່ວມ 200 ກວ່າຄົນ.
ລັດຖະມົນຕີຊ່ວຍມີຄຳເຫັນຕໍ່ກອງປະຊຸມວ່າ: ໃນໂລກແຫ່ງການແຂ່ງ ຂັນທາງດ້ານທຸລະກິດ ແລະ ການຄ້າເສລີ, ບັນຫາທີ່ປົກປ້ອງຊັບສິນທາງ ປັນຍານັບມ້ືສຳຄັນ ແລະ ຈຳເປັນ ຢ່າງຍິ່ງ, ໂດຍສະເພາະພາຍຫຼັງທີ່ປະເທດໄດ້ເຂົ້າເປັນສະມາຊິກອົງການ ການຄ້າໂລກ   ( WTO ) ໃນຕົ້ນປີ 2013 ແລະ ການກຽມຕົວເຂົ້າສູ່ປະຊາຄົມເສດຖະກິດອາຊຽນ ໃນທ້າຍປີ 2015 ນີ້, ການພັດທະນາ ແລະ ການຂະຫຍາຍຕົວທາງດ້ານວິທະຍາສາດ ແລະ ເຕັັກໂນໂລຊີ, ນະວັດຕະກຳ, ຊັບສິນທາງປັນຍາ, ການວັດ ແທກ ແລະ ຂໍ້ມູນຂ່າວສານແມ່ນມີຄວາມວ່ອງໄວ ທີ່ສຸດໃນຍຸກໂລກາພິວັດນີ້, ຈາກການເຕີບໃຫຍ່ຂະຫຍາຍຕົວດັ່ງກ່າວ ນັ້ນມັນໄດ້ຊຸກຍູ້
ໃຫ້ເສດ ຖະກິດມີການຂະຫຍາຍຕົວ, ໂດຍສະເພາະແມ່ນວຽກງານຊັບສິນທາງປັນຍາໄດ້ມີສ່ວນ ຮ່ວມ, ເພາະການນຳໃຊ້ວຽກ ງານຊັບສິນທາງປັນຍາທີ່ມີປະສິດທິຜົນ, ຈະກະຕຸກຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາວິທະຍາສາດເຕັກໂນໂລຊີ ແລະ ວັດຕະກຳໃໝ່ໆ, ກາ ສົ່ງເສີມຫົວ ຄິດປະຕິດສ້າງ, ການສົ່ງເສີມທຸລະກິດການຄ້າ ແລະ ຄວາມອາດສາມາດໃນການແຂ່ງຂັນ ທາງດ້ານເສດ ຖະກິດ, ນອກນີ້ວຽກງານຊັບສິນທາງປັນຍາຍັງເປັນສ່ວນໜຶ່ງທີ່ຜັກດັນໃຫ້ເສດຖະກິດ ແຫ່ງຊາດເຕີບໃຫຍ່ ຂະຫຍາຍຕົວ, ເປັນຕົ້ນແມ່ນຍຸກທີ່ຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ.
ທ່ານ ລັດຖະມົນຕີຊ່ວຍກ່າວວ່າ: ເຖິງວ່າປະເທດເຮົາຈະມີລະບົບປົກປ້ອງ ແລະ ກົດໝາຍຄຸ້ມ ຄອງຊັບສິນທາງປັນຍາກໍຕາມ, ແຕ່ບັນຫາດັ່ງກ່າວຍັງເປັນວຽກໃໝ່ສຳລັບລາວພວກເຮົາ, ດັ່ງນັ້ນ ຄວາມມຮັບຮູ້ ແລະ ຄວາມເຂົ້າໃຈໃນວຽກດັ່ງກ່າວແມ່ນຍັງບໍ່ທັນກວ້າງຂວາງ, ການຜັນຂະ ຫຍາຍວຽກງານຊັບສິນທາງປັນຍາຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ຊຶ່ງຈາກການຕີລາຄາຂອງສາ ກົນ, ຊັບສິນທາງປັນຍາແມ່ນເຄື່ອງມືທີ່ຊົງພະລັງໃຫ້ການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງຄວາມອຸດົມຮັ່ງມີທີ່ຍັງບໍ່ທັນຖືກນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ, ຊຶ່ງໂດຍລວມແລ້ວ ຊັບສິນທາງປັນຍາແມ່ນແນວຄິດສ້າງສັນທີ່ເກີດຈາກສະໝອງຂອງຄົນເຮົາທີ່ຈະນຳມາໃຊ້ໃຫ້ເກີດຜົນປະໂຫຍດ, ສະນັ້ນໃນຫຼາຍປຫະເທດທີ່ພັດທະນາແລ້ວ ແລະ ກຳລັງພັດທະນາ ໄດ້ຖືວຽກງານຊັບສິນທາງປັນຍາເປັນສິ່ງສຳຄັນ, ຖ້າຫາກປະເທດໃດໄດ້ຈົດສິດທິບັດ(ການຜະລິດອັນໃໝ່ທີ່ສຸດໃນໂລກ) ຫຼາຍກວ່າໝູ່, ຖືວ່າປະເທດນັ້ນເປັນປະເທດທີ່ມີຄວາມຈະເລີນທີ່ສຸດໃນໂລກ, ຊຶ່ງປັດຈຸບັນລາວເຮົາແມ່ນກຳລັງຈະຈົດສິດທິບັນຫາທີ່ເປັນທ່າແຮງຂອງປະເທດເຊັ່ນ: ການຜະລິດເຂົ້າໄກ່ນ້ອຍ, ກາເຟ, ຊາ ແລະ ອື່ນໆທີ່ເປັນກະສິກຳສະອາດປອດສານພິດ, ນອກ ນັ້ນວຽກງານຊັບສິນທາງປັນຍາຍັງກ່ຽວພັນກັບການຄ້ຳປະກັນສະບຽງອາຫານ, ເຊັ່ນ: ພັນພືດ, ພັນທຸກຳວ່າດ້ວຍສັດ ແລະ ການປະມົງຕ່າງໆ, ເມື່ອເຫັນໄດ້ເຖິງຄວາມສຳຄັນດັ່ງກ່າວກະຊວງວິທະຍາສາດຈຶ່ງໄດ້ຈັດກິດຈະກຳຕ່າງໆຂຶ້ນ, ເພື່ອເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຕໍ່ຄວາມໝາຍ, ຄວາມສຳຄັນ ແລະ ບົດບາດຂອງຊັບສິນທາງປັນຍາ, ຕໍ່ການພັດທະນາເສດຖະກິດ, ການຜະລິດເປັນສິນຄ້າ ແລະ ເຊື່ອໝັ້ນວ່າການສຳມະນາຄັ້ງນີ້ຈະປະກອບສ່ວນ ສຳຄັນເຮັດໃຫ້ຄວາມຮູ້ກ່ຽວກັບວຽກງານຊັນສິນທາງປັນຍາເພີ່ມຂຶ້ນອີກສະດັບໜຶ່ງ ແລະ ສາມາດເຂົ້າ ເຖິງຂໍ້ມູນຊັບສິນທາງປັນຍາໄດ້ຫຼາຍກວ່າເກົ່າ.

No comments:

Post a Comment