Ad

Ad

29 April 2015

ທະນາຄານໂລກປະເມີນປີນີ້ເສດຖະກິດລາວຈະຂະຫຍາຍໂຕຊ້າເລັກໜ້ອຍ



    ທ່ານ ອີຟເກີນ ນາໂດຟ ນັກເສດຖະສາດອາວຸໂສທານະຄານໂລກ ໄດ້ລາຍງານ ການປະເມີນສະພາບການຂະຫຍາຍຕົວຂອງເສດຖະກິດລາວໃນວັນທີ 28 ເມສາ ນີ້ວ່າ: ປີ 2015 ນີ້, ການຂະຫຍາຍຕົວຂອງເສດຖະກິດລາວຈະຫລຸດລົງ 1,1% ຈາກ 7,5% ໃນປີ 2014 ມາເປັນ 6,4% ໃນປີ 2015, ເນື່ອງຈາກມີຫລາຍປັດໄຈເຊັ່ນ: ບັນຫາການຜະລິດແຮ່ທາດໂດຍລວມພາຍໃນປະເທດຢູ່ໃນລະດັບເກົ່າ, ອັດຕາການເຕີບໂຕສິນເຊື່ອຫລຸດລົງ, ລາຍຈ່າຍພາກລັດບໍ່ຂະຫຍາຍຕົວເທົ່າທີ່ຄວນ ແລະ ການເກັບພາສີອາກອນບໍ່ໄດ້ຕາມເປົ້າໝາຍ, ເຊິ່ງປັດໄຈດັ່ງກ່າວນັ້ນ, ຕ້ອງໄດ້ແກ້ໄຂດ້ວຍຮູບການສົ່ງ ເສີມການລົງທຶນໃນ ພາກເອກກະຊົນໃຫ້ມີຄວາມຫລາກຫລາຍຂຶ້ນໃນຂະແໜງກະສິກຳ, ປຸງແຕ່ງ ແລະ ບໍລິການຕ່າງໆ.
ທ່ານ ອີຟເກິນ ໃຫ້ຮູ້ວ່າ: ໃນປີ 2016 ເສດຖະກິດຂອງລາວຈະຂະຫຍາຍຕົວສູງຂຶ້ນໃນລະດັບ 7,3% ຍ້ອນໄດ້ຮັບ ຜົນດີຈາກການເຂົ້າເປັນປະຊາຄົມອາຊຽນ ອັນໄດ້ສ້າງຄວາມດຶງດູດໃຫ້ແກ່ຂະແໜງການທ່ອງທ່ຽວ, ການລົງທຶນໂດຍກົງ
ຈາກຕ່າງປະເທດເຂົ້າໃນຂະແໜງໄຟຟ້າ ແລະ ບໍລິການຕ່າງໆເພີ່ມຂຶ້ນ, ອັດຕາເງິນເຟີຈະຢູ່ໃນລະດັບ 4,5%, ເຊິ່ງໄດ້ຮັບປັດໄຈມາຈາກລາຄານ້ຳມັນຫລຸດລົງ ແລະ ການປ່ອຍສີນເຊື່ອກໍຢູ່ໃນລະດັບ 4,2%, ສ່ວນການຂາດດຸນງົບປະມານຈະຢູ່ໃນລະ ດັບ 5% ແລະ ການສົ່ງອອກ-ນ້ຳເຂົ້າຈະຢູ່ໃນລະດັບ 16,3% ແລະ ໃນຕໍ່ໜ້າ ສປປ ລາວ ຕ້ອງລົງທຶນໃສ່ການສ້າງ ຄວາມ ເຂັ້ມແຂງໃຫ້ແກ່ການສຶກສາສຳລັບເດັກກ່ອນໄວຮຽນ, ເຊິ່ງຈະເປັນພື້ນຖານຮັບປະກັນໃຫ້ກຳລັງແຮງງານມີທັກ ສະທີ່ສອດຄ່ອງກັບຄວາມຕ້ອງການ, ການສ້າງສະພາບແວດລ້ອມທຸລະກິດທີ່ມີຄວາມດຶງດູດ ແລະ ການສ້າງວຽກເຮັດງານທຳ ທີ່ມີປະສິດທິພພາບສູງກວ່າເກົ່າຈະຊ່ວຍສ້າງໂອກາດໃຫ້ລາວໄດ້ຮັບຜົນປະໂຫຍດຈາກການເຊື່ອມໂຍງເຂົ້າພາກພື້ນກໍຄືສ້າງຄວາມຜາສຸກ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຫລຸດລົງເທື່ອລະກ້າວ.

No comments:

Post a Comment