Ad

Ad

4 February 2016

ລາວ​ຫາລື​ການ​ດັດ​ປັບ​ເພດານ​ເງິນ​ເດືອນ​ເພື່ອ​ສົມທົບ​ເຂົ້າ​ກອງ​ທຶນ​ປະກັນ​ສັງຄົມ​

            ​​ໃນວັນທີ 3 ກຸມພານີ້, ກະຊວງແຮງານແລະ ສະຫວັດດີການສັງຄົມໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການດັດປັບເງິນເດືອນປະກັນຕົນຕ່ຳສຸດແລະເພດານເງິນເດືອນປະກັນຕົນສູງສຸດເພື່ອສົມທົບເຂົ້າກອງທຶນປະກັນສັງຄົມ​​ແຫ່ງຊາດ.
           ຜູ້ອຳນວຍການຫ້ອງການກອງທຶນປະກັນສັງຄົມແຫ່ງຊາດໄດ້ສະເໜີຕໍ່ກອງປະຊຸມວ່າ: ລະ ບົບປະກັນສັງຄົມ ສຳລັບຜູ້ອອກແຮງງານໃນຂົງເຂດວິສາຫະກິດໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການມາແຕ່ເດືອນມິຖຸນາ 2001, ​ໂດຍມີລາຍຮັບຕົ້ນຕໍມາຈາກການເກັບເງິນສົມທົບຈາກຜູ້​​ໃຊ້ແຮງານແລະຜູ້ອອກແຮງງານ, ກອງທຶນປະກັນສັງຄົມ
ຈະຈ່າຍເງິນອຸດໜູນປະເພດຕ່າງໆ, ​ໂດຍອີງໃສ່ພື້ນຖານເງິນສົມທົບຫລືເງິນເດືອນປະກັນຕົນຂອງແຕ່ລະຄົນ, ​ເພື່ອເປັນການທົດແທນລາຍໄດ້ໃຫ້ແກ່ຜູ້ປະກັນຕົນ. ດັ່ງນັ້ນ ການກຳນົດພື້ນ ຖານເງິນເດືອນປະກັນຕົນຕ່ຳສຸດແລະເພດານເງິນເດືອນປະກັນຕົນສູງສຸດ ຈຶ່ງມີຄວາມຈຳເປັນເພື່ອຫລຸດຊ່ອງຫວ່າງແລະ ຄວາມຍຸຕິທຳໃນສັງຄົມ, ກໍຄືບັນດາຜູ້ຈ່າຍເງິນສົມທົບດ້ວຍກັນ, ຍ້ອນເປັນລະບົບທີ່ມີການສະເລ່ຍຄວາມສ່ຽງແລະເພື່ອເປັນການຮັບປະກັນການສະສົມທຶນເພື່ອສະໜອງການອຸດໜູນຂັ້ນພື້ນຖານໃຫ້ຜູ້ອອກແຮງງານໃນຂົງເຂດວິສາຫະກິດ, ຊຶ່ງມີລະດັບເງິນເດືອນແຕກໂຕນກັນຫລາຍແລະ ຫລີກຫລ່ຽງບໍ່ໃຫ້ຜູ້ມີເງິນເດືອນສູງຫລາຍໄປສະເລ່ຍກັບຜູ້ມີເງິນເດືອນຕ່ຳ​​ເກີນໄປ, ​ໂດຍສະເພາະອຸດໝູນໄລຍະຍາວແມ່ນເອົາເງິນປະກັນຕົນສະເລ່ຍທັງໝົດມາເປັນບ່ອນອີງໃນການຄິດໄລ່. ສະນັ້ນ ຈຶ່ງຄວນມີການກຳນົດແລະ ປັບປຸງເພດານເງິນເດືອນປະກັນຕົນເປັນແຕ່ລະໄລຍະ, ​ເພື່ອໃຫ້ສອດຄ່ອງກັບການເໜັງຕີງດ້ານລາຍໄດ້ປະກັນຕົນຂອງຜູ້ອອກແຮງງານ, ​ໃນນີ້, ​ເພດານເງິເດືອນປະກັນຕົນ ຫລືເພດານເງິນສົມທົບ ​​ເລີ່ແຕ່ເດືອນມິຖຸນາ 2001 ​ໄດ້ກຳນົດເພດານເງິນສົມທົບໃນລະດັບ 1 ລ້ານກີບ, ຊຶ່ງເງິນເດືອນຂັ້ນຕໍ່າແມ່ນ 93.600 ກີບເປັນພື້ນຖານເງິນເດືອນປະກັນຕົນຕ່ຳສຸດ ສະເລ່ຍເທົ່າກັບ 10,7 ​ເທື່ອ, ​ໃນເດືອນມັງກອນ 2006 ​ໄດ້ມີການດັດປັບເພດານເງິນສົມທົບຂຶ້ນເປັນ 1,5 ລ້ານກີບ, ​ເງິນເດືອນຂັ້ນຕ່ຳເທົ່າກັບ 290.000 ກີບ ສະເລ່ຍເທົ່າກັບ 5,2 ​ເທື່ອ, ​ເດືອນມັງກອນ 2013 ​ໄດ້ມີການປັບເພດານເງິນສົມທົບຂຶ້ນເປັນ 2 ລ້ານກີບ, ​ເງິນເດືອນຂັ້ນຕ່ຳ​​ແມ່ນ 626.000 ກີບ ສະເລ່ຍເທົ່າກັບ 3,2 ​ເທື່ອ, ​ແຕ່ປັດຈຸບັນເງິນເດືອນຂັ້ນຕ່ຳໄດ້ປັບຂຶ້ນເປັນ 9 ​ແສນກີບ. ສະນັ້ນເມື່ອຄິດສະເລ່ຍແລ້ວ ຈະຫລຸດລື່ນກັນພຽງ 2,2 ​ເທື່ອເທົ່ານັ້ນ, ​ດັ່ງນັ້ນເພື່ອພິຈາລະນາຮັບຮອງເອົາເງິນເດືອນຂັ້ນຕ່ຳທີ່ລັດຖະບານປະກາດໃຊ້ໃນແຕ່ລະໄລຍະເປັນເງິນເດືອນປະກັນຕົນຕ່ຳສຸດແລະ ກຳນົດເອົາເພດານເງິນເດືອນປະກັນຕົນ ຫລືເພດານເງິນສົມທົບສູງສຸດ ບໍ່ເກີນ 5 ​ເທົ່າຕົວຂອງເງິນເດືອນຂັ້ນຕ່ຳ ຫລືເທົ່າກັບ 4,5 ລ້ານກີບ. ທັງນີ້ ກໍເພື່ອດຶງດູດໃຫ້ຜູ້ທີ່ມີລາຍຮັບສູງເຂົ້າສູ່ລະບົບເພາະບາງພາກສ່ວນຍັງຕີລາຄາວ່າເງິນອຸດໜູນທີ່ໄດ້ຮັບນັ້ນຕ່ຳ​​​ເກີນໄປ, ​ໂດຍສະເພາະໃນເວລາກະສຽນບຳນານ.

          ກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ດຣ. ຄຳແພງໄຊສົມແພງ ລັດຖະ ມົນຕີວ່າການກະຊວງແຮງງານແລະ ສະຫວັດດີການສັງຄົມ, ມີບັນດາຜູ້ຕາງ ໜ້າກະຊວງກ່ຽວຂ້ອງຕ່າງໆເຂົ້າຮ່ວມນຳດ້ວຍ.

No comments:

Post a Comment