Ad

Ad

4 February 2016

ການ​ກໍ່​ສ້າງ​ເສັ້ນທາງດົງ​ໂດກ​ຄືບ​ໜ້າຫລາຍກວ່າ 20%

           ທ່ານຫົວໜ້າຮັບຜິດຊອບໂຄງການກໍ່ສ້າງທາງເບຕົງແຕ່ສີ່ແຍກໄຟແດງດົງໂດກຫາໄຟແດງຕານມີໄຊ ໃຫ້ຮູ້ວ່າ: ພາຍຫລັງບໍລິສັດຜູ້ຮັບເໝົາໄດ້ເລີ່ມລົງມືກໍ່ສ້າງເສັ້ນທາງດັ່ງກ່າວນັບແຕ່ທ້າຍປີ 2015 ເປັນຕົ້ນມາເຫັນວ່າມີຄວາມຄຶບໜ້າຫລາຍກວ່າ 20% ແລະ ປັດຈຸບັນໜ້າວຽກສໍາຄັນທີ່ພວມຂຸ້ນຂ້ຽວປະຕິບັດໃນຂະນະນີ້ແມ່ນການຍົກຍ້າຍເສົາໄຟຟ້າ, ທໍ່ນໍ້າປະປາເພື່ອວາງທໍ່ລະບາຍນໍ້າຂອງສອງຝາກທາງ, ຊຶ່ງຄາດວ່າວຽກດັ່ງກ່າວຈະໃຫ້ສໍາເລັດໃນເດືອນກຸມພານີ້. ສ່ວນການຍົກຍ້າຍເຮືອນປະຊາຊົນ ແລະ ສິ່ງກີດຂວາງອື່ນໆທີ່ຢູ່ໃນຂອບເຂດແລວເສັ້ນທາງແມ່ນໄດ້ຮັບການແກ້ໄຂສໍາເລັດລຸລ່ວງໄປດ້ວຍດີ.


             ທ່ານຫົວໜ້າຮັບພິຊອບການກໍ່ສ້າງກ່າວວ່າ: ເສັ້ນທາງດັ່ງກ່າວມີຄວາມຍາວ 2,5 ກິໂລ ແມັດ, ໜ້າທາງກວ້າງ 28 ແມັດ, ປູເບຕົງໜາ 23 ຊັງຕີແມັດ ແລະ ມີທາງຍ່າງສອງຝາກທາງກວ້າງປະມານ 2 ແມັດ, ໂດຍແມ່ນບໍລິສັດວິສະວະກໍາຢູນນານຈໍາກັດເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າຫລາຍກວ່າ 10 ລ້ານໂດລາສະຫະລັດ ແລະ ຄາດວ່າຈະໃຫ້ສໍາເລັດການກໍ່ສ້າງໃນກາງປີນີ້ເພື່ອຮອງຮັບການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນທີ່ຈະຈັດຂຶ້ນໃນປີນີ້ເຊັ່ນກັນ, ດັ່ງນັ້ນ ໃນໄລຍະດໍາເນີນການກໍ່ສ້າງນີ້ຊຶ່ງໄດ້ສ້າງຄວາມບໍ່ສະດວກໃຫ້ແກ່ຜູ້ຂັບຂີ່ສັນຈອນຜ່ານໄປມາກໍຄືຜູ້ທີ່ອາໄສຢູ່ໃກ້ຄຽງເສັ້ນທາງດັ່ງກ່າວກໍຕ້ອງຂໍອະໄພ ແລະ ຮຽກຮ້ອງໃຫ້ຜູ້ຂັບຂີ່ຈົ່ງມີສະຕິລະວັງໃນການຂັບຂີ່ຄ່ອຍໄປຄ່ອຍມາ ເພື່ອຮັບປະກັນບໍ່ໃຫ້ເກີດອຸປະຕິເຫດ ແລະ ທັງເຮັດໃຫ້ການກໍ່ສ້າງໄດ້ສໍາເລັດທັນຕາມກໍານົດໄວ້.

No comments:

Post a Comment