Ad

Ad

4 February 2016

ມອບ-ຮັບ​ໜ້າ​ທີ່​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງຊາວໜຸ່ມ

   ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລ) ລະຫວ່າງສະຫາຍ ດຣ ວິໄລວົງ ບຸດດາຄໍາກໍາມະການສູນກາງພັກ ເລຂາຄະນະບໍລິຫານງານ ຊປປລ ຜູ້ເກົ່າແລະ ສະຫາຍດຣ ສອນທະນູ ທໍາມະວົງ ກໍາມະການສູນກາງພັກເລຂາຄະນະບໍລິຫານງານ ຊປປລ ຜູ້ໃໝ່, ​ໄດ້ຈັດຂຶ້ນໃນວັນທີ 1 ກຸມພາຜ່ານມາ,​ ໂດຍການ​​ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈັນສີໂພສີຄໍາ ກໍາມະການກົມການເມືອງສູນກາງພັກ,​ ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາຫົວໜ້າກົມແລະ
ພະນັກງານຫລັກ​​ແຫລ່ງອ້ອມຂ້າງສູນກາງ ຊປປລເຂົ້າຮ່ວມຢ່າງພ້ອມພຽງເພື່ອປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ.

          ​ໃນໂອກາດນີ້, ສະຫາຍ ຈັນສີໂພສີຄໍາໄດ້ໃຫ້ກຽດໂອ້ລົມຕໍ່ພິທີ​​ເພື່ອເປັນທິດທາງ​​ໃຫ້ແກ່ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ​ ​ໃນການສືບຕໍ່ເຄື່ອນໄຫວວຽກງານຂອງຕົນໃນໄລຍະໃໝ່​​ໃຫ້ມີປະສິດທິຜົນກວ່າເກົ່າ,​ ຊຶ່ງກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາໝາກຜົນທີ່ຄະ ນະ ຊປປລໂດຍພາຍໃຕ້ການນໍາຂອງສະຫາຍເລຂາຜູ້ເກົ່າ, ພ້ອມດ້ວຍຄະນະຍາດມາໄດ້,​ ເຊິ່ງມັນໄດ້ສະແດງອອກໃນຂະບວນການເຄື່ອນໄຫວວຽກງານຕົວຈິງຫລາຍດ້ານທີ່ພັກແລະ ລັດມອບໝາຍໃຫ້ມີຜົນສໍາເລັດສູງ, ນອກຈາກນີ້ສະມາຊິກຊາວໜຸ່ມໃນທົ່ວປະເທດກໍນັບມື້ມີການເຕີບໃຫຍ່ຂະຫຍາຍຕົວນັບທັງດ້ານປະລິມານແລະ ຄຸນະພາບ, ພ້ອມທັງເນັ້ນໃຫ້ສະຫາຍທີ່ໄດ້ຮັບການແຕ່ງຕັ້ງເປັນເລຂາຜູ້ໃໝ່ພ້ອມໝູ່ຄະນະຈົ່ງສືບຕໍ່ຜັນຂະຫຍາຍມູນເຊື້ອ​ ​ແລະ ບັນດາຜົນງານຂອງຄະນະ ຊປປລ ໃຫ້ກວ້າງຂວາງເຂົ້າສູ່ຊີວິດຕົວຈິງຫລາຍກວ່າເກົ່າ,​ ໂດຍສະເພາະແມ່ນສືບຕໍ່ເຕົ້າໂຮມຄວາມສາມັກຄີຂອງສະມາຊິກຊາວໜຸ່ມ​​ໃນທົ່ວປະເທດໃຫ້ໜັກແໜ້ນກໍຄືການປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກໃຫ້ເປັນຂະບວນການຟົດຟື້ນແລະປາກົດຜົນເປັນຈິງ.ຂ່າວ-ພາບ : ຫນັງສືພິມ ປກສ

No comments:

Post a Comment