Ad

Ad

4 February 2016

ລັດກໍານົດ 7 ​ແຜນ​ງານ​ຍູ້​ການ​ຂັບ​ເຄື່ອນ​ເສດຖະກິດ​ແຫ່ງ​ຊາດ 5 ປີຕໍ່ໜ້າ

            ​ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ແຕ່ 2016-2020 ​ຂອງລັດຖະບານໄດ້ກໍານົດໄວ້ຢ່າງຊັດເຈນຄື: ຕ້ອງສ້າງໂຄງປະກອບເສດຖະກິດກະສິກໍາ-ປ່າໄມ້ຕິດພັນກັບອຸດສະຫະກໍາແລະ ການບໍລິການ, ​ໂດຍຖືເອົາຂະ​​ແໜງກະສິກໍາເປັນພື້ນຖານໃນການຄໍ້າປະກັນສະ ບຽງອາຫານໃຫ້ໜັກແໜ້ນ, ຂະນະດຽວກັນລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍບໍ່ໃຫ້ຫລຸດ 7,5% ຕໍ່ປີ, ​ໂດຍລັດຖະບານໄດ້ກໍານົດ 7 ​ແຜນງານສໍາຄັນ​​​ເພື່ອຊຸກຍູ້ການຂັບເຄື່ອນລະບົບເສດຖະກິດແຫ່ງຊາໃຫ້ເຕີບໃຫຍ່ຂະຫຍາຍຕົວຕໍ່ເນື່ອງ, ໝັ້ນທ່ຽງແລະ ສົມດຸນຄື:


(1)ຕ້ອງຫັນປ່ຽນໂຄງປະກອບເສດຖະກິດໃຫ້ໄປຕາມທິດຫັນເປັນອຸດສະຫະກໍາແລະ ທັນສະໄໝໂດຍສຸມໃສ່ພັດທະນາຂະແໜງເສດຖະກິດທີ່ມີທ່າແຮງ, ​ໃຫ້ຜົນຕອບແທນໄວ, ສ້າງມູນຄ່າເພີ່ມ, ຖານການຜະລິດໜັກແໜ້ນ, ຫລາກຫລາຍແລະ ປັບປຸງການບໍລິການໃຫ້ມີຄຸນະພາບ.(2) ພັດທະນານະໂຍບາຍການເງິນແລະເງິນຕາໃຫ້ມີຄວາມສອດຄ່ອງແລະ ກົມກຽວ, ພັດທະນາຄັງສະສົມຂອງລັດເປັນເງິນ,ວັດຖຸ ​ ​ແລະ ສີນຄ້າ​​ເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການອັນຮີບດ່ວນສຸກເສີນແລະເພື່ອດຸ່ນດ່ຽງດັດສົມກົນໄກເສດຖະກິດ.(3) ການສະໜອງທຶນຕ້ອງມີຄວາມສອດຄ່ອງກັບຄວາມຕ້ອງການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະຂະແໜງການ,​ ທ້ອງຖິ່ນແລະເຂດແຄວ້ນແລະ ຄວາມສາມາດ້ານທຶນຮອນ​ ​ແລະ ນໍາໃຊ້ແຫລ່ງທຶນຢ່າງມີປະສິດທິຜົນເພື່ອຫລີກ​​ເວັ້ນການສ້າງໜີ້ສີນຄຸມເຄືອ.(4) ອິງໃສ່ທ່າແຮງຂອງແຕ່ລະພາກ, ທ້ອງຖິ່ນເພື່ອສ້າງສໍາພັນ​​ເສດຖະກິດລະຫວ່າງບ້ານ,​ ເມືອງແລະ ພາກຕ່າງໆ, ຈັດສັນເຂດພັດທະນາທີ່ເປັນຕົວແບບ,​ ເຂດເສດຖະກິດພິເສດແລະ ສະເພາະໃຫ້ຫລາຍແລະ ສາມາດເຊື່ອໂຍງກັບພາກພື້ນ, ສົ່ງເສີມການນໍາໃຊ້ກົນຈັກ, ເຕັກໂນໂລຊີທີ່ເປັນວິທະຍາສາດໃໝ່ເຂົ້າໃສ່ການຜະລິດກະສິກໍາໃຫ້ແຜ່ຫລາຍ​. ຄຽງຄູ່ກັນນັ້ນຫັນແຮງງານທີ່ເຮັດວຽກກະສິກໍາຢູ່ຊົນນະບົດໄປເຮັດວຽກໃນຂະແໜງອຸດສະຫະກໍາແລະ ການບໍລິການຫລາຍຂຶ້ນ.(5) ພັດທະນາຫລັກສູດສີມືແຮງງານ​​ໃຫ້​​ຫລາກຫລາຍແລະ ມີຄຸນນະພາ, ສ້າງນະໂຍບາຍເອື້ອອໍານວຍໃຫ້ແຮງງານສາມາດເຂົ້າຮ່ວມໃນຕະຫລາດແຮງງານໄດ້ຫລາຍ, ມີລະບຽບວິໄນ, ດຸໝັ່ນ, ອົດທົນ, ມີຄວາມກະຕືລືລົ້ນຕໍ່ການພັດທະນາຕົນເອງ, ມີວຽກເຮັດງານທໍາທີ່ໝັ້ນຄົງ, ​ໄດ້ຮັບການຄຸ້ມຄອງແລະ ປົກປ້ອງສິດຜົນປະໂຫຍດຕາມກົດໝາຍ.(6) ການພັດທະນາຊັບພະຍາກອນມະນຸດກໍຄືການພັດທະ ນາຄົນແມ່ນປັດໃຈສໍາຄັນຕົ້ນຕໍໃນຍຸກວິທະຍາສາດ-​ເຕັກໂນໂລຊີແລະ ການເຊື່ອມ​​ໂຍງ, ສະນັ້ນ ຕ້ອງສຸມໃສ່ພັດທະນາລະບົບອາຊີວະສຶກສາເພື່ອສ້າງຄົນໃຫ້ມີຄວາມຫລາກຫລາຍທາງດ້ານລະດັບຄວາມຮູ້,ຄວາມສາມາດແລະ ຫລາຍສາຂາວິຊາຊີບ, ສ້າງໃຫ້ໄດ້ຜູ້ຊ່ຽວຊານສະເພາະດ້ານ, ຜູ້ຊໍານານງານແລະ ສາຄັນແມ່ນການສ້າງໃຫ້ມີຜູ້ປະກອບການທຸລະກິດທີ່ເກັ່ງສາມາດ​​ແຂ່ງຂັນກັບພາກພື້ນແລະ ສາກົນໄດ້ແລະ (7) ​ແມ່ນສຸມໃສ່ການເປີດກວ້າງການຮ່ວມມືສອງຝ່າຍແລະ ຫລາຍຝ່າຍເພື່ອປນໃສ່ລະດົມທຶນແລະ ຍາດແຍ່ງທຶນຮອນ,​ ເຕັກນິກວິຊາການດ້ານຕ່າງໆມາປະກອບເຂົ້າໃສ່ການຈັດຕັ້ງະຕິບັດແຜນພັດທະນາເສດຖະກິດ-ສັງຄົຂອງຊາດໃຫ້ສອດຄ່ອງເໝາະສົມຕາມແຕ່ລະໄລຍະ.

No comments:

Post a Comment