Ad

Ad

4 February 2016

ຍັງ​ມີ​ແຮງ​ງານ​ລາວ​ຈຳນວນ​ຫຼາຍ​ໄປ​​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ແບບ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ

            ຕາມຂໍ້ມູນຂອງກົມສົ່ງເສີມວຽກເຮັດງານທຳ, ກະຊວງແຮງງານແລະ ສະຫວັດດີການສັງຄົມໃຫ້ຮູ້ວ່າ: ປັດຈຸບັນຍັງມີແຮງງານລາວເປັນຈຳນວນຫຼາຍທີ່ໄປເຮັດວຽກຢູ່ຕ່າງປະເທດ,​ ໂດຍສະເພາະແມ່ນ​​ປະເທດໄທຄື: ປີ 2015 ຜ່ານມາມີປະມານ 2 ​ແສນກວ່າຄົນ, ​ໃນນັ້ນເຮັດວຽກແບບຖືກກົດໝາຍມີພຽງ 20 ພັນກວ່າຄົນເທົ່ານັ້ນ, ສ່ວນທີ່ເຫຼືອແມ່ນເຮັດວຽກແບບບໍ່ຖືກຕາມລະບຽບກົດໝາຍ.
           ​ຜູ້ສາຍງານຂ່າວໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາພາກສ່ວນກ່ຽວຂ້ອງກໍຄືລັດຖະບານ​​ເຮົາໄດ້ພະຍາຍາມຮ່ວມກັບລັດຖະບານໄທເພື່ອປຶກສາຫາລື ເພື່ອຊອກຊ່ອງທາງແກ້ໄຂແຮງງານເຫຼົ່ານັ້ນໃຫ້ຖື
ຕ້ອງຕາມກົດໝາຍ, ໂດຍໄດ້ແຕ່ງຕັ້ງຄະນະສະເພາະກິດໜຶ່ງຊຶ່ງປະກອບມີກະຊວງການຕ່າງປະເທດແລະ ກະຊວງປ້ອງກັນຄວາມສະຫງົບເພື່ອ​​ຕິດຕາມກວດກາແຮງງານລາວທີ່ໄປເຮັກວຽກຢ່າງຕ່າງປະເທດ​,​ ໂດຍສະເພາະແມ່ນຢູ່ປະເທດໄທ, ດ້ວຍການປັບປ່ຽນສະພາບແຮງງານ​​ໃຫ້ຖືກຕ້ອງຕາມລະບຽບກົດໝາຍແລະ ມາຮອດປັດຈຸບັນສາມາດປັບປ່ຽນສະພາບແຮງງານທີ່ບໍ່ຖືກຕ້ອງ​​ໃຫ້ຖືກຕ້ອງໄດ້ແລ້ວເປັນຈຳນວນຫຼາຍ. ​ຕາມຕົວເລກ​​ສະຖິຕິຂອງແຮງງານທີ່ມາຂື້ນທະບຽນເຫັນວ່າຍັງສືບຕໍ່ມີຫລາຍເພື່ອຊ່ວຍໃຫ້ແຮງງານເຫລົ່ານັ້ນບໍ່ຖືກ​​ເອົາລັດເອົາປຽບ ແລະ ຍັງເປັນການປົກປ້ອງສິດທິ ແລະ ຜົນປະໂຫຍດຂອງເຂົາເຈົ້າອີກດ້ວຍ.

          ​ກົມດັ່ງກ່າວ​​ໃຫ້ຮູ້ວ່າ: ສາເຫດທີ່ເຮັດໃຫ້ແຮງງານ​​ລາວອອກໄປເຮັດວຽກຢູ່ຕ່າງປະເທດເປັນຈຳນວນຫລາຍດັ່ງກ່າວຕົ້ນຕໍກໍແມ່ນຍ້ອນຄວາມສະໝັກໃຈຂອງເຂົາເຈົ້າ​​ເອງບວກຄ່າ​​ແຮງານ (ຄ່າຈ້າງ) ຢູ່ຕ່າງປະເທດທີ່ສູງກວ່າປະເທດເຮົາ ​​ແລະ ຄຽງຄູ່ກັນນັ້ນ ກໍຍັງມີແຮງງານຈຳນວນໜຶ່ງທີ່ຖືກຕົວະຍົວະໄປໃນທາງທີ່ບໍ່ຖືກຕ້ອງກໍມີຫລາຍ.

No comments:

Post a Comment