Ad

Ad

4 February 2016

ສານ​ປະຊາຊົນນະຄອນຫລວງ​ຕັດ​ສີນ​ລົງ​ໂທດຜູ້​ຄ້າ​ຢາ​ເສບ​ຕິດ​ຕົວອັນຕະລາຍ

           ​ໃນວັນທີ 2 ກຸມພານີ້, ສານປະຊາຊົນນະຄອນຫລວງວຽງຈັນ,​ ໄດ້ຕັດສິນລົງໂທດຜູ້ຄ້າຂາຍຢາເສບຕິດຕົວອັນຕະລາຍຄື: ທ້າວໂສພາ ອາຍຸ 35 ປີໃຫ້ຈໍາຄຸກເປັນເວລາ 10 ປີ 6​ ເດືອນພ້ອມປັບໃໝ 100 ລ້ານກີບ, ທ້າວ ສາຍສະຫວາດ ອາຍຸ 28 ປີໃຫ້ຈໍາຄຸກເປັນເວລາ 5 ປີພ້ອມປັບໃໝ 10 ລ້ານກີບແລະ ທ້າວ ໝອນ ອາຍຸ 19 ປີໃຫ້ຈໍາຄຸກເປັນເວລາ 4 ປີພ້ອມປັບໃໝ່ 10 ລ້ານກີບ,​ໂດຍພວກກ່ຽວຢູ່ບ້ານໂພນຄໍ້,​ ເມືອງໄຊທານີ, ນະຄອນຫລວງວຽງຈັນແລະ ຖືກເຈົ້າໜ້າທີ່ຈັບຕົວ​​ເມື່ອກາງເດືອນກໍລະກົດ 2015 ພ້ອມຂອງກາງທີ່ເປັນຢາເສບຕິດປະເພດຢາບ້າຈໍານວນຫລາຍຮ້ອຍເມັດໄວ້ຄອບຄອງ.​

            ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພວກກ່ຽວແມ່ນຂະບວນການຄ້າຢາເສບຕິດຕົວອັນຕະລາຍ, ​ໂດຍສະເພາະທ້າວໂສພາຊຶ່ງກ່ອນໜ້ານີ້ເຄີຍຕ້ອງໂທດມາແລ້ວໜຶ່ງຄັ້ງເປັນເວລາ 6 ປີກວ່າຍ້ອນຄະດີຢາເສບຕິດແລະ ຫາກໍພົ້ນໂພດອອກມາເມື່ອກາງປີ 2015 ​ແຕ່ບໍ່ເຂັດຫລາບຈຶ່ງໄດ້ກັບມາພົວພັນ​​ເສບແລະ ຄ້າຂາຍຢາເສບຕິດອີກ, ຈຶ່ງຖືກຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ. ພາບ-ຂ່າວ : ຫນັງສືພິມ ປກສ


No comments:

Post a Comment