Ad

Ad

4 February 2016

ອາກາດຍັງສືບຕໍ່ໜາວເຢັນຢູ່ທົ່ວທຸກພາກຂອງລາວ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 4-5 ກຸມພານີ້, ບໍລິເວນຄວາມກົດດັນສູງຂອງອາກາດໜາວເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງລາວ ດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງລັກສະນະເຊັ່ນນີ້ ຍັງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ, ສະເພາະຢູ່ແຂວງພາກເໜືອດ້ານຕາເວັນອອກ, ເຂດພູສູງ, ໄຊສົມບູນ ແລະ ພູພຽງບໍລິເວນປາກຊ່ອງອາກາດຍັງໜາວເຢັນຫລາຍ.

             ພາກເໜືອດ້ານຕາເວັນອອກ: ອາກາດຍັງສືບຕໍ່ໜາວເຢັນຫລາຍພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງຊຽງຂວາງ. ອຸນຫະພູມຕ່ຳສຸດ 8-10 ອົງສາ ແລະ ສູງສຸດ 18-20 ອົງສາ, ພາກເໜືອດ້ານຕາເວັນຕົກ: ອາກາດຍັງໜາວເຢັນຫາໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນກາງຄືນຫາຕອນເຊົ້າ. ອຸນຫະພູມຕ່ຳສຸດ 12-14 ອົງສາ ແລະ ສູງສຸດ 28-30 ອົງສາ. ສ່ວນເມືອງສິງ: ອຸນຫະພູມຕ່ຳສຸດ 9-11 ອົງສາ ແລະ ສູງສຸດ 23-25 ອົງສາ.
           ຢູ່ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນກາງຄືນຫາຕອນເຊົ້າ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 29-31 ອົງສາ, ພາກກາງ: ອາກາດຍັງເຢັນຫາໜາວເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ. ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 27-29 ອົງສາ, ສ່ວນແຂວງໄຊສົມບູນ: ອຸນຫະພູມຕ່ຳສຸດ 8-11 ອົງສາ ແລະ ສູງສຸດ 24-26 ອົງສາ. ພາກໃຕ້: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນໃນຕອນເຊົ້າພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 19-21 ອົງສາ ແລະ ສູງສຸດ 33-35 ອົງສາ, ເຂດພູພຽງບໍລະເວນປາກຊ່ອງ: ອຸນຫະພູມຕ່ຳສຸດ 9-11 ອົງສາ ແລະ ສູງສຸດ 25-27 ອົງສາ.


No comments:

Post a Comment