Ad

Ad

3 February 2016

ການ​ສອບ​​​ເສ​ງພາກ​ຮຽນ​ໜຶ່ງ​ໃນ​ນະ​ຄອນຫຼວງ​ວຽງ​ຈັນ​ປີ​ນີ້ດີກ​ວ່າ​ປີຜ່ານມາ

ຫົວໜ້າພະແນກສຶກສາທິການແລະ ກິລາ ນະຄອນຫຼວງວຽງຈັນໃຫ້ສຳພາດຕໍ່ນັກຂ່າວລາວພັດທະນາຂອງພວກເຮົາໃນວັນທີ 2 ກຸມພານີ້ວ່າ: ​​ໂດຍລວມແລ້ວຜົນຂອງການສອບເສັງພາກຮຽນທີ 1 ຂອງສົກຮຽນ 2015 – 2016 ນີ້ແມ່ນດີກວ່າສົກຮຽນ 2014 – 2015 ຜ່ານມາຄື: ມັນສະແດງອອກໃຫ້ເຫັນວ່າ​​ນັກຮຽນສ່ວນໃຫຍ່ສາມາດຕອບຄຳຖາມສອບເສັງ​​ໃນວິຊາຕ່າງໆໄດ້ເປັນຢ່າງດີ, ຊຶ່ງສະທ້ອນໃຫ້ເຫັນວ່າຜົນຂອງການຮຽນການສອນ​​ໃນແຕ່ລະໂຮງຮຽນດີຂຶ້ນ,​ ພົ້ນເດັ່ນແມ່ນການປະຕິ ບັດກົດລະບຽບຕ່າງໆຂອງນັກຮຽນ​​​ເຊັ່ນ: ການນຸ່ງຖືຕ່າງໆເປັນລະບຽບຮຽບຮ້ອຍດີດີ, ນັກຮຽນມາໂຮງຮຽນ
ຖືກຕ້ອງຕາມເວລາ, ຕັ້ງໃຈຮຽນຫຼາຍຂຶ້ນ, ສ່ວນນັກຮຽນທີ່ມາຊ້າແລະ ຂາດໂຮງຮຽນ​​ແມ່ນມີຈຳນວນຫຼຸດໜ້ອຍລົງເມື່ອທຽບໃສ່ຜ່ານມາ, ທັງນີ້ກໍຍ້ອນຄວາມເອົາໃຈໃສ່​​ຂອງຄູອາຈານກໍຄືພໍ່ແມ່ຜູ້ປົກຄອງແລະ ພາກສ່ວນກ່ຽວຂ້ອງອື່ນໆໄດ້ຊ່ວຍໃຫ້ຄຸນນະພາບການຮຽນການສອນຢູ່ໂຮງ ຮຽນຕ່າງໆໃນນະຄອນຫຼວງວຽງຈັນມີການຫັນປ່ຽນ​​ດີຂຶ້ນເປັນລຳດັບ, ​ທ່ານຫົວໜ້າພະແນກສຶກສາກ່າວວ່າ: ​ແຕ່ຄຽງຄູ່ກັບຜົນສຳເລັດດັ່ງກ່າວແລ້ວວຽກງານການສຶກສາ​​ນະຄອນຫຼວງວຽງຈັນຈະຕ້ອງໄດ້ເອົາໃຈໃສ່​​ໃນການຈັດຕັ້ງປະຕິບັດບັດຫຼັກສູດການຮຽນການສອນໃໝ່ທີ່ກະຊວງວາງອອກຄື: ​ຕ້ອງເລັ່ງຈັດຝຶກອົບຮົມຍົກລະດັບການສິດສອນ​​ໃຫ້ແກ່ຄູອາຈານ​​ໃຫ້ທົ່ວເຖິງ​, ຕາມເງື່ອນໄຂເພື່ອສາມາດຖ່າຍທອດຄວາມຮູ້ຕາມຫຼັກປ່ຽນແປງໃໝ່ໃຫ້ແກ່ນັກຮຽນ, ພ້ອມນັ້ນອຳນວນການຮຽນຮຽນຕ້ອງເປັນເຈົ້າການປະສານສົບທົບກັບຄູອາຈານ​​, ຜູ້ປົກຄອງແລະ ອຳນາດການປົກຄອງເພື່ອຊອກຫາສາເຫດຕ່າງໆທີ່​​ເຮັດໃຫ້ມີນັກຮຽນ-ຮຽນອອ່ນເພື່ອຫາວິທີ່ແກ້ໄຂ ​​ແລະ ສິ່ງສຳຄັນແມ່ນວິທີ່ການສົ່ງຄວາມຮູ້ຂອງຄູອາຈານໃຫ້ແກ່ນັກຮຽນແມ່ນຕ້ອງມີປະສິດທິພາບເພື່ອເຮັດໃຫ້ນັກຮຽນເຂົ້າໃຈງ່າຍແລະ ຈືຈຳໄດ້ດີ.
ທ່ານ ຫົວໜ້າພະ​​ແນກດັ່ງກ່າວ​​ໃຫ້ຮູ້ອີກວ່າ: ສະເພາະໃນຕໍ່ໜ້ານີ້ທາງພະແນ ສຶກສານະ ຄອນຫຼວງວຽງເອງ​​ຈະໄດ້ສຸມໃສ່ປັບປຸງຄຸນນະພາບການຮຽນການສອນ​​ໃຫ້ດີຍິ່ງຂຶ້ນ, ​ເປັນຕົ້ນແມ່ນຈະເລັ່ງໃສ່ຝຶກອົບຮົມຍົກລະດັບຄວາມຮູ້ຄວາມສາມາໃຫ້ແກ່ຄູອາຈານຢູ່ໂຮງຮຽນຕ່າງໆໃຫ້ດີຂຶ້ນ, ພ້ອມຈະມີການຈັດກິດຈະກຳຕ່າງໆເພື່ອສົ່ເສີມການສຶກສາຄື: ການແຂ່ງຂັນກິລາ, ສີລະປະດົນຕີ, ພິເສດແມ່ນຈະເລັ່ງໃສ່ສ້າງໂຮງຮຽນຕົວແບບຄື: ​ໂຮງຮຽນດີເດັ່ນແລະໂຮງຮຽນປອດຢາເສບຕິດໃຫ້ໄດ້ຕາມມາດຖະຖານທີ່ກະຊວງສຶສາທິການວາງອອກໃຫ້ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ​​ແລະ ພັດທະນາແລະ ສິ່ງສຳຄັນໜຶ່ງອີກແມ່ນຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງຕ້ອງໄດ້ເພີ່ມຄວາມໃກ້ຊິດຕິດ​​ແທດແລະເອົາໃຈໃສ່ເບິ່ງແຍງລູກຫຼາຍຂອງຕົນໃຫ້ຫຼາຍຂຶ້ນ, ​ໂດຍສະເພາະໃນເວລາຢູ່ນອກໂມງຮຽນ, ຖ້າມີເງື່ອນໄຂຄວນຊອກກິດຈະກຳ​​ສົ່ງເສີມການຮຽນໃຫ້ເຂົາເຈົ້າເຮັດໃນເວລາຫວ່າງແມ່ນຈະເປັນການດີທີ່ສຸດ, ພ້ອມນັ້ນຄູອາຈານ​​ກໍໃຫ້ເພີ່ມຄວາມເອົາໃຈໃສ່ໃນການສິດສອນດີຂື້ນໂດຍສະເພາະແມ່ນຕ້ອງຫາວິທີໃໝ່ເພື່ອໃຊ້ເຂົ້າໃນການສິດສອນຫຼັກສູດອັນໃດທີ່ກະຊວງກຳນົດອອກຕ້ອງເຮັດໃຫ້ສຳເລັດ 100 %.

ປັດຈຸບັນທົ່ວນະຄອນຫຼວງວຽງຈັນມີໂຮງຮຽນສາມັນສຶກສາທັງໝັດ 962 ​ແຫ່ງ,​ ໃນນັ້ນມີໂຮງຮຽນອານຸບານ 292 ກວ່າແຫ່ງ, ປະຖົມ 512 ກວ່າແຫ່ງ, ມັດທະຍົມຕົ້ນແລະ ປາຍ 158 ​ແຫ່ງ.

No comments:

Post a Comment