Ad

Ad

3 February 2016

ງານ​ວາງສະ​ແດງ​ສິນຄ້າສະຫະພັນ​ກຳມະບາ​ນລາວ

     ​ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 60 ປີ ສູນກາງສະຫະພັນກຳມະບານລາວໄດ້ຈັດງານວາງສະແດງສິນຄ້າຜະລິດຕະພັນຂອງສະມາຊິກກຳມະບານ ຂຶ້ນໃນວັນທີ 1 ກຸມພານີ້, ທີ່ສູນການຄ້າລາວ​-​ໄອເຕັກ, ​ໂດຍມີທ່ານ ພັນຄຳ ວິພາວັນ ກຳມະ ການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການແລະ ກິລາ, ທ່ານ ປ້ານ ນ້ອຍມະນີ ປະທານສູນກາງສະຫະພັນກຳມະບານລາວແລະ ສະມາຊິກກຳມະບານເຂົ້າຮ່ວມເປັນຈຳນວນຫລາຍ.


     ຜະລິດຕະພັນທີ່ນຳມາງານວາງສະແດງໃນຄັ້ງນີ້ ມີເຄື່ອງກະສິກຳ, ຫັດຖະກຳ​, ສິນຄ້າອຸປະໂພ, ​ເຄື່ອງ​​ໃຊ້ໃນຄົວເຮືອນແລະ ອື່ນໆ. ທີ່ເປັນສີມືຂອງກຳມະບານລາວຫລາຍກວ່າ 50 ຮ້ານ. ​ເພື່ອເປັນການຢັ້ງຢືນເຖິງຜົນງານການປະກອບສ່ວນຂອງອົງການຈັດຕັ້ງກຳມະບານ, ສະແດງເຖິງຄວາມເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະກອນ-ຊາວຜູ້ອອກແຮງງານບັນດາເຜົ່າ, ​ເຊິ່ງຍາມໃດກໍໄດ້ຕັ້ງໜ້າເຂົ້າໃນການພັດທະນາສີມືແຮງງານຢ່າງປະດິດສ້າງເພື່ອຮັບໃຊ້ສັງຄົມ, ​ເຮັດໃຫ້ເທດຊາດໄດ້ມີການພັດທະນາແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.

No comments:

Post a Comment