Ad

Ad

3 February 2016

ຫລາຍເສັ້ນທາງໃນຕົວເມືອງມີສະພາບເປ່ເພໜັກ

ປັດຈຸບັນ, ສະພາບການສັນຈອນໃນຕົວເມືອງນັບວ່າມີຄວາມລໍາບາກສັບສົນສົມຄວນ, ຍ້ອນພາຫະນະໄດ້ມີຈໍານວນເພີ່ມຂຶ້ນນັບມື້, ຂະນະທີ່ເສັ້ນທາງຫລາຍສາຍກໍມີສະພາບຊຸດໂຊມເປ່ເພໜັກເປັນຕົ້ນ: ເສັ້ນທາງຕານມີໄຊ, ດົງນາໂຊກ, ໜອງບຶກ, ໂພນປ່າເປົ້າ ແລະ ບັນດາເສັ້ນທາງຮ່ອມຕ່າງໆ ກໍຕົກຢູ່ໃນສະພາບເປັນບວກຂຸມ, ເມື່ອຝົນຕົກກໍເປັນຂີ້ຕົມເປີະເປື້ອນ, ເມື່ອແດດອອກພັດເປັນຂີ້ຝຸ່ນປິວໄຫງ່ເປັນບໍລິເວນກວ້າງກາຍເປັນມົນລະພິດທາງອາກາດທີ່ບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມຄືດັ່ງເສັ້ນທາງເລກ 13 ນັບແຕ່
ວົງວຽນດອນໜູນເຂົ້າມາຫາຕົວເມືອງ, ເຊິ່ງໄດ້ຮັບການປູຢາງອັດສະຟານ ແລະ ຂີດເສັ້ນຈະລາຈອນໃຫ້ສວຍງາມເພື່ອຕ້ອນຮັບການສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບຮອບ 40 ປີ ແລະ ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ກໍຄືການກະກຽມເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນໃນປີນີ້, ແຕ່ມາຮອດດຽວນີ້ເຫັນວ່າເສັ້ນທາງດັ່ງກ່າວແມ່ນມີສະພາບເປີະເປື້ອນຫລາຍ ແລະ ເລີ່ມມີຂຸມເກີດຂຶ້ນຫລາຍຈຸດແລ້ວ, ຍ້ອນລົດທີ່ອອກຈາກທາງດິນແດງເອົາ

ດິນມາໃສ່ທາງປູຢາງ ແລະ ອີກບັນຫາໜຶ່ງກໍແມ່ນມີຫລາຍຄົວເຮືອນໄດ້ປ່ອຍນໍ້າເສຍຈາກເຮືອນລົງມາໃສ່ທາງຈຶ່ງເຮັດໃຫ້ຫລາຍເສັ້ນທາງໃນຕົວເມືອງນໍາໃຊ້ໄດ້ບໍ່ດົນກໍເກີດສະພາບເປ່ເພແລະຕ້ອງເສຍງົບປະມານລັດເປັນຈໍານວນບໍ່ໜ້ອຍເພື່ອບູລະນະສ້ອມແປງແຕ່ລະປີ.

No comments:

Post a Comment