Ad

Ad

3 February 2016

ອາຄານ​ເກົ່າ​​ອັນຕະລາຍ​ໃກ້​ຕົວ

   ພາຍຫລັງເກີດເຫດການແຜ່ນຝາປູນຂະໜາດໃຫຍ່ຢູ່ເທິງຊັ້ນ 3 ຂອງອາຄານເກົ່າແກ່ຫລັງໜຶ່ງຢູ່ເຂດບ້ານຫາຍໂສກ ເມືອງຈັນທະບູລີ ນະ ຄອນຫລວງວຽງຈັນ ໄດ້ຕົກລົງສູ່ພື້ນຢ່າງແຮງເມື່ອເວລາປະມານ 17:00 ໂມງຂອງວັນທີ 1 ກຸມພາຜ່ານມາ ແລະ ມີນັກທ່ອງທ່ຽວຢູ່ໃກ້ຄຽງໄດ້ຮັບບາດເຈັບເລັກນ້ອຍ ແລະ ນັບວ່າໂຊກດີສຸດໃນຕອນເກີດເຫດນັ້ນແມ່ນບໍ່ມີຜູ້ຄົນ ແລະ ພາຫະນະຜ່ານໄປມາ, ເຊິ່ງປົກກະຕິແລ້ວໃນຈຸດນັ້ນຖືວ່າມັກມີຜູ້ຄົນກໍຄືນັກທ່ອງທ່ຽວ ແລະ ພາຫະນະຜ່ານໄປມາບໍ່ຂາດສາຍ.
   ແນວໃດກໍຕາມ, ເຖິງວ່າເຫດການທີ່ບໍ່ເພິ່ງປາດຖາໜານີ້ຈະບໍ່ສົ່ງຜົນເສຍຫາຍຫລາຍກໍຕາມ, ແຕ່ຜູ້ຄົນທີ່ຢູ່ໃກ້ຄຽງ ແລະ ຜູ້ທີ່ມາພົບເຫັນສະພາບເສດດິນຈີ່, ເສດປູນຂະໜາດໃຫຍ່ຟົ້ງຢາຍເດຍລະດາດເຕັມພື້ນທາງ
ບໍລິເວນໃກ້ຄຽງຈຸດເກີດເຫດຕ່າງກໍຮູ້ສຶກຕື່ນຕົກໃຈແລະ ໄດ້ກາຍເປັນກະແສຂ່າວດ່ວນທີ່ຖືກເຜີຍແຜ່ຢ່າງວ່ອງໄວໃນສື່ສັງຄົມອອນລາຍເພາະຖືວ່າເປັນໄພອັນຕະລາຍໃກ້ຕົວທີ່ບໍ່ຄ່ອຍໄດ້ຮັບການ​​ໃສ່ໃຈຫລາຍ​ ​ແລະ ພວກເຮົາກໍເບິ່ງຂ້າມມັນມາຕະຫລອດ, ຊຶ່ງມີຄົນຈໍານວນບໍ່ໜ້ອຍໄດ້ເຂົ້າມາສະແດງຄວາມຄິດເຫັນ, ໂດຍສະເພາະເຟສບຸກທີ່ຊື່ໂທລະໂຄ່ງທີ່ເຄີຍໄດ້ນໍາສະເໜີພາບອາຄານຫລັງດັ່ງກ່າວຜ່ານສື່ອອນລາຍເມື່ອຫລາຍເດືອນກ່ອນພາຍຫລັງເຫັນສະພາບອາຄານມີການແຕກແຫງເປັນບໍລິເວນກວ້າງເພື່ອໃຫ້ໜ່ວຍງານກ່ຽວຂ້ອງໄດ້ໄປກວດກາ, ​ແຕ່ບໍ່ມີໃຫ້ສົນໃຈວ່າຈະມີເຫດການແບບນີ້ເກີດຂຶ້ນ.

ນອກຈາກ, ສຽງວິຈານຂອງສັງຄົມສ່ວນໜຶ່ງກໍສະແດງຄວາມເປັນຫວ່ງ, ພ້ອມທັງຮຽກຮ້ອງເຖິງພາກສ່ວນກ່ຽວຂ້ອງເພີ່ມທະວີການເອົາໃຈໃສ່ຕິດຕາມກວດກາບັນດາຕຶກອາຄານເກົ່າແກ່ໃນຕົວເມືອງເພື່ອຮັບປະກັນບໍ່ໃຫ້ເຫດການແບບນີ້ເກີດຂຶ້ນອີກ.

No comments:

Post a Comment