Ad

Ad

3 February 2016

ກະຊວງ​ແຮງ​ງານເຜີຍ​ແຜ່​ຜົນສຳ​ເລັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ​

     ​ໃນວັນທີ 2 ກຸມພານີ້, ກະຊວງແຮງງານແລະ ສະຫວັດດີການສັງຄົມ, ​ໄດ້ຈັດຕັ້ງເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ, ​ໃຫ້ພະນັກງານສະມາຊິກໃນຂະແໜງການຂອງຕົນໂດຍທ່ານ ດຣ. ຄຳແພງໄຊສົມແພງ ກຳມະການສູນກາງພັກ ລັດຖະມົນຕີວ່າການກະຊວງແຮງງານແລະ ສະຫວັດດີການສັງຄົມເປັນຜູ້ເຜີຍ​​ແຜ່, ​ເພື່ອຜູ້ເຂົ້າຮ່ວມໄດ້ຮັບຟັງ​ ​ແລະເຂົ້າໃຈເຊື່ອມຊຶມຕໍ່ຜົນກອງປະຊຸມດັ່ງກ່າວໂດຍສະເພາະແມ່ນບົດລາຍງານການເມືອງແລະ ຜົນການເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດໃໝ່, ຊຶ່ງກອງປະຊຸມໄດ້ເປັນເອກກະພາບກັນໃນລະດັບສູງເລືອກເອົາຄະນະບໍລິຫານງານສູນກາງພັກສະໄໝທີ X ຈຳນວນ 69 ສະຫາຍ, ກຳມະການສຳຮອງສູນກາງພັກ 8 ສະຫາຍ, ກົມການເມືອງສູນກາງພັກ 11
ສະຫາຍຄະນະເລຂາທິການສູນກາງພັກ 9 ສະຫາຍແລະໄດ້​​ເປັນເອກະພາບ​​ເລືອກຕັ້ງເອົາ ສະຫາຍ ບຸນຍັງ ວໍລະຈິດເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ X, ​ເລືອເອົາຄະນະກວດກາສູນກາງພັກ 9 ສະຫາຍ, ພ້ອມນີ້ ສະຫາຍ ດຣ. ຄຳແພງໄຊສົມແພງ ຍັງໄດ້ເຜີຍແຜ່ຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໃນໄລຍະ 5 ປີຜ່ານມາເພື່ອ​​ໃຫ້ພະນັກງານສະມາຊິກພັກໃນຂະແໜງການແຮງງານແລະ ສະຫວັດດີການສັງຄົມກຳໄດ້ຈຸດີ, ຈຸດອ່ອນຄົງຄ້າງແລະ ບົດຮຽນຕ່າງໆທີ່ຖອດຖອນໄດ້, ​ເພື່ອເປັນທິດທາງໃຫ້ແກ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ປະສົບຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ.

No comments:

Post a Comment