Ad

Ad

11 February 2016

ລາ​ຄາ​ສິນຄ້າ​ຢູ່​ຕະຫຼາດ​ຕ່າງໆ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ​ເລີ່​ມປັບ​ລົງ​ສູ່​ສະພາບ​ປົກກະຕິ

ດັ່ງ​ທີ່ເຫັນ​ນຳ​ກັນ​ແລ້ວ​ວ່າ​ໃນລະ​ຫວ່າງ 4-5 ວັນ​ຜ່ານ​ມາ​, ຊຶ່ງ​​ເປັນ​ໄລຍະ​ຂອງ​ການສະ​ເຫລີ​ມ ສະຫລອງ​ເທສະການ​ປີ​ໃໝ່ຂອງ​ຊາວ​ຫວຽດນາມ ​ແລະ ຊາວ​ຈີນ ​​ແລະ ຄື​ດັ່ງ​ທຸກໆ​ປີ​ພໍ​ຮອດ​​ເທສະການ​ດັ່ງກ່າວ​ລາຄາ​ສິນຄ້າ​ຢູ່​ຕາມ​ຕະຫຼາດ​ຕ່າງໆ​ໃນ​ນະຄອນ​ຫຼວງ​ວຽງ​ຈັນ ກໍ​ຄື​ທົ່ວປະ​​ເທດ​ໄດ້​ມີ​ການ​​ເໜັງ​ຕີງ​ຂຶ້ນ​ເລັກໜ້ອຍ​ຕາມ​ກົນ​ໄກ​ຕະຫຼາດ​ ​​ແລະ ຈາກ​ການ​ລົງ​ຕິດຕາມ​ສະພາບ​ລາ​ຄາ​ສິນຄ້າ​ຢູ່​ຕະຫຼາດ​ໃຫຍ່​ຫລາຍ​ແຫ່ງໃນ​ນະຄອນຫຼວງຂອງ​ນັກ​ຂ່າວ​ພວກ​ເຮົາ​ໃນ​ວັນ​ທີ 10 ກຸມພາ​ນີ້, ​ເຫັນ​ວ່າ​​ສິນຄ້າຫລາຍ​ປະ​ເພດ ​ໄດ້ມີ​ການ​ປັບລາຄາ​ລົງ​ສູ່​ສະພາບ​ປົກກະຕິ​ແລ້ວເຊັ່ນ: ຕະຫຼາດ​ຂົວ​ດິນ, ຕະຫຼາດ​​ໂພນສະຫວ່າງ ,ຕະຫຼາດ​ສະພານ​ທອງ ​ແລະ ຕະຫຼາດ​ອື່ນໆ ຊິ້ນງົວ​ໄລຍະເທສະ​ການ​ດັ່ງກ່າວ ​ລາຄາຈະ​ຢູ່​ທີ່ 75-80 ພັນ​
ກີບຕໍ່ກິ​ໂລ, ປັດຈຸ​ບັນ​ແມ່ນ 70-75 ພັນກີບຕໍ່ກິໂລ, ຊີ້ນໝູ​ໄລຍະ​​ເທສະ​ການ 40-45 ພັນ​ກີບຕໍ່ກິ​ໂລ, ປັດຈຸ​ບັນ​ເຫລືອ​ພຽງ 30-40 ພັນກີບຕໍ່ກິໂລ, ​ເປັດກ່​ໄລຍະ​ເທສະ​ການ 50-55 ພັນ​ກີບຕໍ່ກິ​ໂລ, ປັດຈຸບັນ 45-50 ພັນກີບ​ຕໍ່ກິໂລ, ປາກະຊັງ​ໄລຍະ​​ເທສະ​ການ 20 – 25 ພັນ​ກີບຕໍ່ກິ​ໂລ, ປັດຈຸບັນຫລຸດ​ລົງ​ເຫລືອ​ພຽງ 18- 20 ພັນກີບ​ຕໍ່ກິໂລ, ສ່ວນພືດຜັກຕ່າງໆ​​ເຊັ່ນ: ຫອມ​ບົວ, ຫອມປ້ອມ, ຜັກ​ສະຫຼັດ, ໜາກນາວ, ໝາກ​​ເຜັດ, ໝາກເລັ່ນ ​​ແລະ ຜັກ​ອື່ນ​ທີ່​ມີ​ການ​ປັບ​ຂື້ນ​ລາຄາ​ໄລຍະ​ປີ​ໃໝ່​ກໍ​ເຫັນ​ວ່າລາຄາ​ເລີ່​ມປັບ​ລົງ​ຢູ່​ໃນເກນປົກກະຕິ ​ແລ້ວ,​ເຖິງ​ຢ່າງ​ໃດ​ກໍ​ຕາມ​ຜູ້​ບໍລິ​ໂພ​ກ​ສ່ວນ​ໄດ້​ໃຫ້​ຂໍ້​ຄິດ​ເຫັນ​ວ່າ: ການ​ປັບ​ຂື້ນ​ລາ​ຄາ​ສິນຄ້າ​ຄື​ດັ່ງກ່າວ​ເປັນ​ການ​ສວຍ​ໂອກາດ​ຂອງ​ຊາວ​ຄ້າ​ຂາຍ​ເອງ.

No comments:

Post a Comment