Ad

Ad

11 February 2016

ແຮງງານລາວທີ່ໄປອອກແຮງງານຢູ່ຕ່າງປະເທດ ໄດ້ຮັບການປົກປ້ອງຈາກກົດໝາຍຫລາຍຂຶ້ນ.


ອີງ​ຕາມ​ການ​ລາຍ​ງານ​ຂອງ​ໜ່ວຍ​ງານ​ປັບ​ສະຖານະ​ພາບ​ແຮງ​ງານ​ລາວ ​ກ່ຽວ​ກັບ​ການ​ປັບ​ສະຖານະພາບ​ແຮງ​ງານ​ລາວ ທີ່​ເຄື່ອນ​ໄຫວອອກ​ແຮ​ງງານ​ແບບ​ຜິດ​ກົດໝາຍ​ຢູ່​ຕ່າງປະ​ເທດ ​ໃຫ້​ຖືກຕ້ອງ​ຕາມ​ກົດໝາຍ, ທີ່​ລາຍ​ງານ​ຕໍ່​ລັດຖະມົນຕີ​ວ່າການ​ກະຊວງ​ແຮ​ງ ງານ ​ແລະ ສະຫວັດດີ​ການ​ສັງຄົມ​ໃນ​ວັນ​ທີ 11 ກຸມພາ​ນີ້ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ຕົ້ນ​ປີຜ່ານມາ, ໜ່ວຍ​ງານ​ດັ່ງກ່າວ ​ໄດ້​ດຳ​ເນີນ​ການ​ສືບ​ຕໍ່​ປ່ຽນ​ໜັງສື​ຢັ້ງຢືນສະຖານະ​ພາບ​ບຸກຄົນ (Certificate of Identite) ຫລື CI ທີ່​ບໍ່​ໄດ້​ລະບຸ​ສັນຊາດ​ລາວ ​ໃຫ້​ລະບຸ​ສັນຊາດ​ລາວ ​ແລະ ​ໄດ້​ອອກ​ບັດ​ອະນຸຍາດ​ອອກ​ແຮງ​ງານ​ໃໝ່, ຊຶ່ງ​ໃນ​ເດືອນ​ກຸມພາ​ນີ້ ​ໄດ້​ມີ​ແຮງ​ງານລາວ​ຈຳນວນ​ໜຶ່ງ​ໄດ້​ອອກ​ມາ​ປັບສະຖານະ​ພາບ​ແລ້ວ ​ແລະ ຜ່ານ​ການ​ສອບ​ຖາມ​​ເຈົ້າ​ໜ້າ​ທີ່​ໄທ​ກໍ​ເຫັນ​ວ່າ​ນາຍ​ຈ້າງ ​ແລະ ​ແຮງ​ງານ​ສ່ວນ​ຫລາຍ​ໄດ້​ຂໍ​ເລື່ອນ​ເວລາ​ອອກ​ໄປ​ອີກ​ໄລຍະ​ໜຶ່ງ, ​ໂດຍ​ໃຫ້​ເຫດຜົນ​ວ່າ ບໍ່​ທັນ​
ພ້ອມ​ທາງ​ດ້ານ​ການ​ເງິນ​ຫລັງ​ຈາກ​ປີ​ໃໝ່, ​ແຕ່ຕາມການ​ສັງ​ເກດ​ແລ້ວ ​ເຫັນ​ວ່າການ​ຈຳກັດ​ກຳນົດ​ວິ​ຊ່າ ​ແລະ ບັດ​ອະນຸຍາດ​ເຮັດ​ວຽກ​​ຂອງຝ່າຍ​​ໄທ ທີ່ກຳນົດ​ເຖິງ​ວັນ​ທີ 31 ມີນາ 2016 ຈຶ່ງ​ເປັນສາ​ເຫດ​ເຮັດ​ໃຫ້​ແຮງ​ງານ​ບໍ່​ອອກ​ມາ​ປ່ຽນ​ສະຖານະ​ພາບ. ດັ່ງ​ນັ້ນ ທາງ​ໜ່ວຍ​ງານ​ດັ່ງກ່າວ ຈຶ່ງ​ໄດ້​ເຮັດ​ຈົດໝາຍ​ເຖິງ​ທ່ານ​ອະທິ​ບໍດີ ກົມ​ການ​ຈັດ​ຫາ​ງານ ​ເພື່ອ​ສະ​ເໜີ 3 ບັນຫາ ​​ໃຫ້​ໜ່ວຍ​ງານ​ປັບ​ສະຖານ​ະພາບ​ແຮງ​ງານ​ລາວ ສາມາດ​ລົງ​ປັບ​ສະຖານະ​ພາບ​ເຄື່ອນ​ທີ່​ຕາມ​ຈັງຫວັດ​ຕ່າງໆ​ໄດ້​ຢ່າງ​ສະດວກ, ​ເຊິ່ງ​ໄດ້​ເລີ່​ມຈັດ​ຕັ້ງ​ປະຕິບັດ​ໃນ​​ເດືອນ​ກຸມພາ​ນີ້.
ທ່ານ​ຮອງ​ຫົວໜ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ ໄດ້​ກ່າວ​ວ່າ: ປັດຈຸບັນ ຝ່າຍ​ໄທ ພວມ​ພິຈາລະ​ນາ​ແກ້​​ໄຂ​ບັນຫາກຳນົດ​ອະນຸຍາດ​ໃຫ້​ເຮັດ​ວຽກ​ຊົ່ວ​ຄາວແກ່​ແຮ​ງງານ​ລາວ, ກຳປູ​ເຈຍ ​ແລະ ມຽນມາ ຈາກ​ເດີມ​ທີ່​ມີ​ການ​ກຳນົດ​ໃຫ້​ໄດ້​ເຖິງ 31 ມີນາ 2016 ​ແລະ ​ໄດ້​ເຮັດ​​ແຈ້ງ​ການ​ໃຫ້​ນາຍ​ຈ້າງ ​ແລະ ​ແຮງ​ງານ​ໄປ​ປະກອບ​ເອກ​ກະສາ​ນຂໍ​ຕໍ່​​ໃບ​ອະນຸຍາດ​ເຮັດ​ວຽກ ນຳ​ໜ່ວຍ​ງານ​ຈັດ​ຫາ​ງານ​ໄທ ຢູ່​ຕາມ​ເຂດ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​, ​ເຊິ່ງຈະ​ອະນຸດ​ຍາດ​ໃຫ້​ເຮັດ​ວຽກ​ໄດ້ 1 ປີ ​ແລະ ສາມາດ​ຕໍ່​ໄດ້​ອີກ 1 ປີ. ​ນອກຈາກ​ນີ້ ໜ່ວຍ​ງານ​ຂອງ​ລັດຖະບານ​ລາວ ທີ່​ປະຈຳ​ຢູ່​ປະ​ເທດ​ໄທ​ນັ້ນ ຍັງ​ໄດ້​ສືບ​ຕໍ່​ເຮັດ​ໜັງສື​ຢັ້ງຢືນ​ປະ​ເພດ​ຕ່າງໆ ​ເພື່ອ​ຊ່ວຍ​ໃຫ້​ແຮງ​ງານ​ລາວ ສາມາດ​ຕໍ່​ວີ​ຊ່ານຳ ສູນ ຕ.ມ ​ໄທ​ໄດ້, ​ຊຶ່ງ​ເລີ່​ມ​ແຕ່ວັນ​ທີ 26 ທັນວາ 2015-25 ມັງກອນ 2016, ມີ​ແຮ​ງງານ​ລາວ​ຈຳນວນ​ໜຶ່ງ ​ເຂົ້າ​ມາ​ປັບ​ສະຖານະ​ພາບ ສຳລັບ​ຜູ້​ທີ່​ສຳພາດ​ຜ່ານ ​ແລະ ໜ່ວຍ​ງານ​ໄດ້​ອອກ​ໜັງສື​ຢັ້ງຢືນ​ສະຖານະ​ພາບ​ບຸກຄົນ ​ແລະ ບັດ​ອະນຸຍາດ​ເຮັດ​ວຽກ ມີ 2 ພັນ​ກວ່າ​ຄົນ, ​ໃນ​ນັ້ນ ​ແຮງ​ງານ​ອຸດສາຫະກຳ-ກໍ່ສ້າງ​ມີ 265 ຄົນ, ອຸດສາຫະກຳ-ການ​ຜະລິດ 343 ຄົນ, ກະສິກຳ-ປູກຝັງ 214 ຄົນ, ກະສິກຳ-ການ​ປະມົງ 162 ຄົນ ​ແລະ ການ​ບໍລິການ 1.088 ຄົນ.

No comments:

Post a Comment