Ad

Ad

11 February 2016

ລົດເກັງຕຳທ້າຍລົດບັນທຸກ ເສຍຊີວິດຄາທີ່ ຢູ່ເຂດບ້ານບົວຫລວງ


          ຊົ້າ​ມືດ​ຂອງ​ວັນ​ທີ 11 ກຸມພາ​ຜ່ານ​ມາ​ນີ້, ຢູ່​ເສັ້ນທາງ 13 ​ເໜືອ, ​ເຂດ​ບ້ານ​ບົວຫລວງ, ​ເມືອງ​ນາ​ຊາຍ​ທອງ ນະຄອນຫລວງ​ວຽງ​ຈັນ, ​ໄດ້​ເກີດ​ອຸປະຕິ​ເຫດ​ລົດ​​ເກັງ ຕຳ​ທ້າຍ​ລົດ​ບັນທຸກ​ທີ່​​ແລ່ນ​ມາ​​ໃນ​ທິດ​ທາງ​ດຽວ​ກັນຢ່າງ​​ແຮງ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຄາທີ່ໜຶ່ງ​ຄົນ.
ເຈົ້າ​ໜ້າ​ທີ່ ຈະລາຈອນ​ ນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ເວລາ​ປະມານ 4 ​ໂມງ​ເຊົ້າ​, ​ໂດຍ​ລົດ​ບັນທຸກສິບ​ລໍ້ ໝາຍ​​ເລ​ກທະບຽນ ບກ 7617 ກຳ​ແພງ​ນະຄອນ ຂັບ​ຂີ່​ໂດຍ​ທ້າວ ຄຳ​ມະນີ ອາຍຸ 34ປີ, ຢູ່​ບ້ານ​ນາ​ສ້ຽວ ​ເມືອງ​ນາ​ຊາຍ​ທອງ, ຂັບ​ຂີ່​ມາ​ແຕ່​ທິດ​ທາງ​ບ້ານ​ສີ​ເກີດ ມຸ້ງ​ໜ້າ​ໄປ​ທາງ​ບ້ານ​ນາ​ຊາຍ ​ແຕ່​ພໍ​ມາ
ຮອດ​ຈຸດ​ເກີດ​ເຫດ​ ລົດ​ບັນທຸກ ​ໄດ້​ສະ​ລໍຄວາມ​ໄວ​ລົງ ຍ້ອນ​ເຂດ​ດັ່ງກ່າວ​ມີ​ເສັ້ນທາງ​ມີ​ສະພາບເປ່​ເພ ​ເປັນ​ຂຸມ​ ຈຶ່ງ​ເຮັດ​ລົດ​​ເກັງ ໝາຍ​ເລກທະບຽນ ກສ 6328 ກຳ​ແພງ​ນະຄອນ ຂັບ​ຂີ່​ໂດຍ​ທ້າວ ສົມ​ຫວັງ ອາຍຸ 26ປີ, ຢູ່​ບ້ານ​ນາ​ຊາຍ​ເໜືອ, ​ເມືອງ​ນາຊາຍ​ທອງ ທີ່​ແລ່ນ​ຕາມ​ຫລັງ​ມາ​ດ້ວຍ​ຄວາມ​ໄວ​ສູງ ​ເບ​ລກບໍ່​ທັນ​ຕຳ​ເອົາ​ທ້າຍ​ລົດບັນທຸກ​ຢ່າງ​​ແຮງ ຈົນ​ລົດ​ເຂົ້າ​ໄປຢູ່ກ້ອງ​ລົດ​ບັນທຸກ​ ​ແລະ ​ເສຍ​ຊີວິດ​ຄາ​ທີ່, ​ໂດຍ​ໜ່ວຍ​ກູ້​ໄພ​ໄດ້​ນຳ​​ເຄື່ອງ​ຈັກ​ເຫລັກ​ຕັດ​ປະຕູ​ລົດ​ເກືອບ​ຊົ່ວ​ໂມງ ຈຶ່ງ​ສາມາດ​ນຳ​ຮ່າງ​ຂອງ​ຜູ້​ຕາຍ​ອອກ​ຈາກ​ລົດ​ໄດ້.

No comments:

Post a Comment