Ad

Ad

11 February 2016

ອະນຸ​ກໍາມະການ​ເລືອກ​ຕັ້ງ​ລະດັບ​ຊາດ​ຍົກ​ລະດັບ​ໃຫ້​ພະນັກງານ​ຫລັກ​ແຫ​ລ່ງ

ຄະນະອະນຸ​ກໍາມະການ​ຊີວິດ​ການ​ເມືອງຂອງ​ການ​ເລືອກ​ຕັ້ງ​ລະດັບ​ຊາດ,​​ ໄດ້​ຈັດຝຶກ​ອົບຮົມ​ໃຫ້​ແກ່ຄະນະ​ພັກ​ກະຊວງອ້ອມ​ຂ້າງ​ສູນ​ກາງ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂັ້ນ​ສູນ​ກາງ, ນະຄອນຫລວງ​ວຽງ​ຈັນ, ບັນດາ​ແຂວງ​ພາກ​ກາງ​ເພື່ອ​ກະກຽມ​ໃຫ້​ແກ່​ການເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ​ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງລະ​ຫວ່າງ​ວັນ​ທີ 10-11 ກຸມພານີ້, ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ, ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ສຈ.ປອ ກິ​ແກ້ວ ​ໄຂ​ຄໍາ​ພິທູນ ຫົວໜ້າ​ຄະນະ​ໂຄສະ​ນາ​ອົບຮົມ​ສູນ​ກາງ​ພັກ, ທັງ​ເປັນ​ກໍ​າມະ​ການ​ຄະນະ​ກໍາມະການ​ເລືອກຕັ້ງ​ລະດັບ​ຊາດ.

ທ່ານ ສຈ.ປອ ກິ​ແກ້ວ ​ໄຂ​ຄໍາ​ພິທູນ ກ່າວ​ວ່າ: ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ກະກຽມ ​ແລະ ດໍາ​ເນີນ​ການ​​ເລືອກ​ຕັ້ງ​ໄດ້​ດໍາ​ເນີນ​ໄ​ປຕາມ​ຈິດ​ໃຈ​ຊີ້​ນໍາ​ຂອງ​ມະຕິ​ຕົກລົງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ ແລະ ຖືກ​ຕ້ອງ
ສອດຄ່ອງ​ກັບ​ລັດຖະທໍາ​ມະນູນ ​ແລະ ກົດໝາຍ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕື່ນ​ຕົວ, ສະ​ໝັກ​ໃຈ​ໄປ​ໃຊ້​ສິດ​ໃນ​ວັນ​ເລືອກ​ຕັ້ງ​ຢ່າງ​ຄົບ​ຖ້ວນ, ຮັບປະກັນ​ການ​ລົງ​ຄະ​ແນນ​ສຽງ​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ລະ ບຽບ​ການ, ຮັບປະກັນ​ຄວາມ​ສະຫງົບ​ ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃຫ້​ແກ່​ການ​​ເລື​ອກຕັ້ງດັ່ງ​ນັ້ນ, ການ​ເລືອກ​ຕັ້ງ​ຄັ້ງນີ້ຈຶ່ງມີ​ຄວາມ​ໝາຍ​ສໍາຄັນ​ຍິ່ງ​ທາງ​ດ້ານ​ການ​ເມືອງ​​ເພື່ອ​ສືບ​ຕໍ່​ສ້າງ ​ແລະ ບູລະ ນະ​ລັດ​ປະຊາທິປະ​ໄຕປະຊາຊົນ​ໃຫ້​ນັບ​ມື້​ເຂັ້ມ​ແຂງ,ການ​ຄົ້ນຄວ້າ​ຄັດ​ເລືອກ ​ແລະ​ ເລືອກ​ຕັ້ງ​ເອົາ​ສະມາ ຊິກ​ສະພາ​ເຊິ່ງ​ເປັນ​ຕົວ​ແທນ​ແຫ່ງ​ມານະ​ຈິດ, ສິດ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ຢູ່​ໃນ​ສະພາ​ແຫ່ງ​ຊາດ​ ແລະ ສະພາ​ປະຊາຊົນ​ຂັ້ນ​ທ້ອງ​ຖິ່ນ​ແມ່ນ​ໜ້າ​ທີ່​ແລະ ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ພັກ-ລັດ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ, ​ເພື່ອ​ເຮັດ​ໃຫ້ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ​ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງດໍາເນີນດ້ວຍຜົນສໍາເລັດຕາມກໍານົດທີ່ວາງໄວ້ຈຶ່ງ​ຮຽກ ຮ້ອງມາ​ຍັງ​ບັນດາ​ຄະນະນໍາ​ທຸກ​ຂັ້ນ​ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ການ​ເມືອງ​ຂອງ​ຕົນ, ສຸມ​ຈິດ​ສຸ​ມ​ໃຈ, ສະຕິ​ປັນຍາ​ເຂົ້າ​ໃນ​ການ​ຄົ້ນຄວ້າ​ກໍາ​ແໜ້ນ​ເຊື່ອມ​ຊຶມ​ເອກະສານ​ສໍາຄັນ​ຕ່າງໆ​​ເພື່ອ​ນໍາ​ໄປ​ເຜີຍ​ແຜ່​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ເຂົ້າ​ໃຈ​ເຊື່ອມ​ຊຶມຢ່າງ​ເລິກ​ເຊິ່ງ.

No comments:

Post a Comment