Ad

Ad

11 February 2016

ເສັ້ນທາງເບຕົງແຕ່ດອນໜູນ-ທ່າງ່ອນຈະກໍ່ສ້າງໃຫ້ສໍາເລັດໃນກາງປີນີ້

ທ່ານ ຄໍາເບົ້າ ອິນຕຣາວົງ ຜູ້ປະສານງານໂຄງການກໍ່ສ້າງເສັ້ນທາງເບຕົງແຕ່ວົງວຽນບ້ານດອນໜູນຫາຂົວຂ້າມນໍ້າງື່ມ(ເຂດທ່າງ່ອນ) ເມືອງໄຊທານີ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ເສັ້ນ ທາງດັ່ງກ່າວຈະໃຫ້ສໍາເລັດການກໍ່ສ້າງ ແລະ ມີພິທີມອບຮັບໃນກາງປີນີ້ ແລະ ໜ້າວຽກທີ່ພວມດໍາເນີນໃນປັດຈຸບັນນີ້ແມ່ນປູພື້ນທາງຍ່າງສອງຝາກທາງ, ທາສີຄູກາງທາງ, ຕິດຕັ້ງເສົາໄຟເຍືອງທາງ ແລະ ສ້ອມແປງພື້ນທາງໃນບາງຈຸດທີ່ມີການແຕກແຫງ.
ທ່ານ ຄໍາເບົ້າ ກ່າວວ່າ: ເສັ້ນທາງດັ່ງກ່າວມີຄວາມຍາວ 12 ກິໂລແມັດ, ໜ້າທາງກວ້າງ 25 ແມັດ(ລວມທັງທາງຍ່າງສອງຝາກທາງ), ພື້ນທາງໜາ 23 ຊັງຕີແມັດ, ເຊິ່ງໄດ້ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2013 ແລະ ຄາດວ່າຈະໃຫ້ສໍາເລັດໃນກາງປີ 2016 ນີ້, ໂດຍແມ່ນບໍລິສັດ ທອງພູພານ ອຸດົມສິນ ກໍ່ສ້າງສ້ອມແປງຂົວທາງຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 56 ລ້ານໂດລາສະຫະລັດ.


ທ່ານຜູ້ປະສານງານໂຄງການດັ່ງກ່າວໄດ້ຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນກໍຄືຜູ້ຂັບຂີ່ຜ່ານໄປມາໃນເສັ້ນທາງດັ່ງກ່າວຈົ່ງຂັບຂີ່ດ້ວຍຄວາມລະວັງໃຫ້ຄ່ອຍໄປຄ່ອຍມາ, ພາຍຫລັງເຫັນວ່າປັດຈຸບັນເສັ້ນທາງດັ່ງກ່າວແມ່ນມີອຸປະຕິເຫດເກີດຂຶ້ນຫລາຍກວ່າເມື່ອກ່ອນ, ຍ້ອນເສັ້ນທາງມີຄວາມກວ້າງຮາບພຽງດີຈຶ່ງເຮັດໃຫ້ຜູ້ຂັບຂີ່ສ່ວນຫລາຍແລ່ນລົດດ້ວຍຄວາມໄວ ແລະ ໃນຊ່ວງນີ້ກໍໄດ້ມີການສ້ອມ ແປງບາງຈຸດຂອງເສັ້ນທາງທີ່ເກີດການແຕກແຫງ, ຈຶ່ງໄດ້ປິດການສັນຈອນບາງຍ່ານ ແລະ ໃຫ້ລົດແລ່ນສວນກັນໃນເບື້ອງດຽວ ແລະ ມີຄວາມສ່ຽງເກີດອຸປະຕິເຫດໄດ້ສູງ, ໂດຍສະເພາະໃນຍາມຄໍ່າຄືນ ແລະ ເມື່ອທ້າຍອາທິດຜ່ານມາກໍມີໄວລຸ້ນຄົນໜຶ່ງມີອາການມິນເມົາແລ້ວຂີ່ລົດຈັກຝ່າຝືນໄປໃນເຂດຫ້າມຜ່ານເລີຍໄປຕົກຂຸມຈຸດສ້ອມແປງເສັ້ນທາງຈົນໄດ້ຮັບບາດເຈັບສົມຄວນ. ສະນັ້ນ ຂໍໃຫ້ຜູ້ຂັບຂີ່ໄດ້ນໍາໃຊ້ເສັ້ນທາງທີ່ກໍານົດໃຫ້ເພື່ອຮັບປະກັນຄວາມເປັນລະບຽບ ແລະ ປອດໄພ.

No comments:

Post a Comment