Ad

Ad

11 February 2016

ການ​ສອບ​ເສັງ​ນັກຮຽນ​ເກັ່ງ​ຂັ້ນ​ເມືອງ​ສົກ 2015-2016 ຢູ່ນະຄອນຫຼວງ​ຈະ​ຈັດ​ຂຶ້ນ​ທ້າຍ​ເດືອນ​ນີ້

ທ່ານ ຊົມພູແກ້ວປັນຍາ ຫົວໜ້າພະແນກສຶກສາທິການແລະ ກິລາ ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ການສອບເສັງນັກຮຽນເກັ່ງຂັ້ນເມືອງສົກ 2015-2016 ​ນະຄອນຫຼວງຈະຈັດຂຶ້ນ​. ​ໃນທ້າຍເດືອນກຸມພານີ້,​ ໂດຍໄດ້ມອບໃຫ້ແຕ່ລະເມືອງເປັນຜູ້ຈັດຕັ້ງປະຕິບັດຄື:​ ກ່ອນໜ້ານີ້ກໍໄດ້ມອບໝາຍໃຫ້ຄູອາຈານແຕ່ລະໂຮງຮຽນມີການທົບຄືນບົດຮຽນໃຫ້ແກ່ນັກຮຽນເປັນເລວາ 1 ​ເດືອນກ່ອນການສອບ​​ເສັງນັກຮຽນເກັ່ງ,​ ໂດຍສະເພາະແມ່ນນັກຮຽນພອນສະຫວັນ, ນັກຮຽນເກັ່ງທີ່ຈະເຂົ້າຮ່ວມສອບ​​ເສັງໃນຄັ້ງນີ້ໃຫ້ມີຄວາມພ້ອມກ່ອນການສອບ​​ເສັງແລະ ສຳລັບການສອບເສັງນັກຮຽນເກັ່ງປີນີ້ກໍຄືກັບປີຜ່ານມາຄື: ຊັ້ນ
ປະຖົມຈະເສັງ 3 ວິຊາຄື: ພາສາລາວ, ຄະນິດສາດແລະໂລກອ້ອມຕົວ, ສ່ວນ ຊັ້ນມັດທະຍົມຕົ້ນແລະ ມັດທະຍົມປາຍຈະເສັງ 4 ວິຊາຄື: ພາສາລາວ, ຄະນິດສາດ , ​ເຄມີແລະ ຟີຊິກສາດ.

ທ່ານຫົວໜ້າພະແນກດັ່ງກ່າວໃຫ້ຮູ້ອີກວ່າ: ການສອບເສັງນັກຮຽນເກັ່ງນອກຈາກຈະເປັນການສົ່ງເສີມນັກຮຽນພອນສະຫວັນແລະ ນັກຮຽນເກັ່ງແລ້ວ, ຍັງເປັນການວັດ​​ແທດຄວາມຮັບຮຽນແລະ ຄວາມຮູ້ຄວາມສາມາດຕ່າງໆທີ່ນັກຮຽນໄດ້ຮຽນມາ, ຊຶ່ງມັນຈະກ່ຽວຍົງເຖິງການສິດສອນກໍຄືການສົ່ງຄວາມຮູູ້ຂອງຄູອາຈານຂອງແຕ່ລະໂຮງຮຽນໃຫ້ແກ່ນັກຮຽນຕົ້ນ, ​ເຖິງຢ່າງ​​ໃດກໍດີພາຍຫຼັງສຳເລັດການສອບເສັງນັກຮຽນເກັ່ງຂັ້ນເມືອງແລ້ວ ກໍຈະມີການຈັດສອບເສັງນັກຮຽນ​​ເກັ່ງຂັ້ນແຂວງແລະ ນະຄອນຫຼວງທີ່ຈະຈັດຂື້ນໃນເດືອນມີນາທີ່ຈະມາເຖິງ, ກ່ອນທີ່ຈະມີການສອບ​​ເສັງນັກຮຽນເກັ່ງທົ່ວປະເທດ​​ໃນຕໍ່ໆໄປ.

No comments:

Post a Comment