Ad

Ad

11 February 2016

ລັດຖະບານຍີ່ປຸ່ນປະດັບຫລຽນກຽດຕິຍົດໃຫ້ຜູ້ວ່າການເຂດເສດຖະກິດພິເສດສະຫວັນ-ເຊໂນ

ໃນວັນທີ 8 ກຸມພານີ້, ທ່ານ ທາເຄຊິ ຮີຄີຮາຣະ ເອກອັກຄະລາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງປະເທດຍີ່ປຸ່ນປະຈໍາລາວ, ໄດ້ປະດັບຫລຽນກຽດຕິຍົດຈາກລັດຖະບານຍີ່ປຸ່ນໃຫ້ແກ່ທ່ານ ບົວຄໍາສີ ສຸລາດ ຜູ້ວ່າການເຂດເສດຖະກິດພິເສດສະຫວັນ-ເຊໂນເພື່ອຢັ້ງຢືນຜົນງານໃນການປະກອບສ່ວນອັນໃຫຍ່ຫລວງໃຫ້ແກ່ການເສີມຂະຫຍາຍ ແລະ ສົ່ງເສີມສາຍພົວພັນເສດຖະກິດ ແລະຄວາມເຂົ້າອົກເຂົ້າໃຈຮ່ວມກັນລະຫວ່າງລາວ-ຍີ່ປຸ່ນ.

ໃນໂອກາດນີ້, ທ່ານທູດຍີ່ປຸ່ນໄດ້ສະແດງຄວາມຍິນດີຕໍ່ທ່ານຜູ້ວ່າການເຂດເສດຖະກິດພິເສດສະຫວັນ-ເຊໂນທີ່ໄດ້ຮັບການປະດັບຫລຽນກຽດຕິຍົດດັ່ງກ່າວເພື່ອຢັ້ງຢືນເຖິງການຍ້ອງຍໍຊົມເຊີຍຜົນງານໃນຫລາຍດ້ານ, ໂດຍສະເພາະແມ່ນການສົ່ງເສີມການລົງທຶນຂອງບໍລິສັດຍີ່ປຸ່ນໃນລາວເປັນ ຕົ້ນ: ສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດສະຫວັນ-ເຊໂນ, ອໍານວຍຄວາມສະດວກໃຫ້ແກ່ກອງປະຊຸມປຶກສາຫາລືຮ່ວມລະຫວ່າງລາວ-ຍີ່ປຸ່ນທັງພາກລັດ ແລະ ເອກະຊົນ ແລະ ການປະກອບ ສ່ວນໂດຍລວມໃນຖານະຂອງອະດິດນັກສຶກສາຍີ່ປຸ່ນໃນລາວ ແລະ ເຊື່ອໝັ້ນວ່າທ່ານຜູ້ວ່າການເຂດເສດຖະກິດສະຫວັນ-ເຊໂນຈະສືບຕໍ່ປະຕິບັດໜ້າທີ່ອັນສໍາຄັນດັ່ງກ່າວດ້ວຍຄວາມຫ້າວຫັນຫລາຍກວ່າເກົ່າເພື່ອສືບຕໍ່ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງຊາດລາວ-ຍີ່ປຸ່ນໃຫ້ຈະເລີນງອກງາມຍິ່ງຂຶ້ນ.

No comments:

Post a Comment