Ad

Ad

11 February 2016

ສັງຄົມຂ້ອງ​ໃຈ​ການຂຶ້ນລາຄາ​​ຄ່າ​ເກັບ​ມ້ຽນ​ຂີ້​ເຫຍື້ອ

ພາຍຫລັງອົງການພັດທະນາ ແລະ ບໍລິຫານຕົວເມືອງນະຄອນ ຫລວງວຽງຈັນໄດ້ເລີ່ມປະຕິບັດການປັບຂຶ້ນລາຄາຄ່າເກັບຂີ້ເຫຍື້ອໃໝ່ເມື່ອບໍ່ດົນມານີ້ຄື: ຄ່າບໍລິການເກັບມ້ຽນຂີ້ເຫຍື້ອແບບເປັນ​​ເຂັ້ງຂະໜາດ 25 ກິໂລກຼາມຈາກລາຄາ 6 ພັນກີບມາເປັນ 10 ພັນກີບຕໍ່ເຂັ້ງ, ແບບເປັນຖັງຂະໜາດ 32,5 ກິໂລແມ່ນເກັບ 13 ພັນກີບຕໍ່ຖັງ, ແບບເປັນຕູ້ຄອນເທເນີ້ຈາກລາຄາ 390 ພັນກີບມາເປັນ 500 ພັນກີບຕໍ່ຕູ້ແລະ ຄ່າບໍລິການສະໜາມບຳບັດຂີ້ເຫຍື້ອຈາກລາຄາ 15 ກີບມາເປັນ 40ກີບຕໍ່ກິໂລ.
ການປັບຂຶ້ນລາຄາຄືດັ່ງກ່າວໄດ້ເຮັດໃຫ້ປະຊາຊົນກໍຄືສັງຄົມມີຄວາມສົນໃຈວ່າຍ້ອນຫຍັງລາຄາຈຶ່ງສູງເກືອບເທົ່າຕົວເຊັ່ນນີ້, ໂດຍຫລາຍຄົນໃຫ້ເຫດຜົນວ່າຄ່າບໍລິການຈັດເກັບຂີ້ເຫຍື້ອທີ່ກໍານົດໃນເມື່ອກ່ອນມັນກໍສູງຢູ່ແລ້ວ, ຊໍ້າບໍ່ພໍຂອດການບໍລິການຂອງໜ່ວຍງານທີ່ຮັບພິຊອບຈັດເກັບກໍຍັງເຮັດບໍ່ໄດ້ດີເທົ່າທີ່ຄວນເປັນ
ຕົ້ນ: ມາເກັບບໍ່ຖືກມື້ຖືກຍາມ, ໂຍນຖີ້ມກະຕ່າຂີ້ເຫຍືອຂອງລູກຄ້າຊະຊາຍແບບຂາດຄວາມຮັບຜິດຊອບດັ່ງນີ້ເປັນຕົ້ນ, ມີບາງຄອບຄົວກໍໃຫ້ທັດສະນະວ່າ: ໃນສະພາບເສດຖະກິດມີຄວາມ ຝືດເຄືອງແບບນີ້ການຂຶ້ນຄ່າເກັບຂີ້ເຫຍືອກໍ່ອາດສົ່ງຜົນກະທົບຕໍ່ລາຍຈ່າຍທີ່ເພີ່ມຂຶ້ນຂອງຫລາຄອບຄົວ, ໂດຍສະເພາະກໍແມ່ນຜູ້ເປັນພະນັກງານຫລືຜູ້ທີ່ມີລາຍຮັບຕໍ່າ.
ປະຊາຊົນທ່ານໜຶ່ງຢູ່ບ້ານໜອງໜ່ຽງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນໄດ້ກ່າວຕໍ່ນັກຂ່າວພວກເຮົາວ່າ: ໃນໄລຍະຜ່ານມາເຫັນວ່າຄ່າບໍລິການຈັດເກັບຂີ້ເຫຍື້ອກໍສູງສົມຄວນ, ແຕ່ດ້ວຍເຫດໃດພາກສ່ວນກ່ຽວຂ້ອງຈຶ່ງໄດ້ປັປລາຄາຂຶ້ນຕຶ່ມອີກ, ຂະນະດຽວກັນລົດທີ່ນຳມາໃຊ້ຂົນສົ່ງຂີ້ເຫຍື້ອຈໍານວນໜຶ່ງກໍແມ່ນໄດ້ຮັບການຊ່ວຍເຫລືອລ້າຈາກຕ່າງປະເທດເມື່ອບໍ່ດົມານີ້, ສ່ວນໄລຍະນີ້ກໍເຫັນວ່າລາຄານໍ້າມັນກໍຫລຸດລົງຫລາຍແດ່ແລ້ວ.

ແນວໃດກໍຕາມ, ເມື່ອມີການປັບປຸງຂຶ້ນລາຄາໃໝ່ແບບນີ້ແລ້ວ, ປະຊາຊົນສ່ວນຫລວງຫລາຍກໍຫວັງວ່າຂອດການບໍລິການໃນຕໍ່ໜ້າກໍຕ້ອງໄດ້ມີການປັບປຸງໃຫ້ດີຂຶ້ນຫລາຍກວ່າເກົ່າ.

No comments:

Post a Comment