Ad

Ad

11 February 2016

ນຳ​ສະ​ເໜີ​ຜະລິດ​ຕະພັນເບຍຍີ່​ຫໍ້​ໃໝ່​

          ໃນວັນທີ 10 ກຸມພານີ້​, ຢູ່ສະມະຄົມນັກຂ່າວ​​ແຫ່ງ ສປປ ລາວ ບໍລິສັດອຳນວຍກິດເທຣດດິງຈຳກັດຜູ້ດຽວໄດ້ຈັດພິທີນຳສະເໜີຜະລິດຕະພັນເບຍ​​ເຊຍ( CHEERS)​ ​ຢ່າງເປັນທາງການໂດຍການເຂົ້າຮ່ວມຂອງປະທານ​, ຮອງປະທານບໍລິສັດ, ພ້ອມດ້ວຍສີລະປິນແລະ ສື່ມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍ.

ຮອງປະທານບໍລິສັດດັ່ງກ່າວໃຫ້ຮູ້ວ່າ: ບໍລິສັດຂອງຕົນໄດ້ນຳເຂົ້າເບຍຍີ່ຫໍ້ດັ່ງກ່າວມາຈຳໜ່າຍໃນລາວເປັນ​​ເວລາ 3 ​ເດືອນກ່ວາແລ້ວ, ຊຶ່ງ​​ເປັນຜະລິດຕະພັນນຳເຂົ້າຈາກຕ່າງປະເທ​​ແລະ ມີສອງສີໃຫ້ເລືອກດື່ມຄື: ສີຟ້າມີທາດເຫຼົ້າປະສົມ 5 % ​​ແລະ ສີແດງມີທາດເຫຼົ້າປະສົມ
6,5%  ​​ແລະ ຈຸດເດັ່ນຂອງເບຍດັ່ງກ່າວແມ່ນໄດ້ຮັບຫຼຽນຄຳຊະນະ​​ເລີດ​​ເບຍຄຸນນະພາດີເດັ່ນລະດັບສາກົນມາແລ້ວຫຼາຍຄັ້ງເຊັ່ນປີ 2007, ປີ 2010 ​ແລະ ປີ 2013 ປັດຈຸບັນ​​ມີຈຳໜ່ວຍຢູ່ 5 ປະເທດໃນອາຊຽນລວມທັງ ສປປ ລາວໂດຍ​​ແມ່ນບໍລິສັດອຳນວຍກິດເທຣດດິງຈຳກັດເປັນ ຜູ້​​ນຳເຂົ້າແລະ ຈຳໜ່າຍຜະລິດພັນເບຍເຊຍພຽງຜູ້ດຽວໃນລາວມີສຳນັກງານຕັ້ງຢູ່ຖະໜົນທ່າເດື່ອ, ບ້ານຈອມເພັດໃຕ້, ​ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.

No comments:

Post a Comment