Ad

Ad

11 February 2016

ອາກາດອຸ່ນຂຶ້ນ 1-3 ອົງສາ

     ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ບໍລິເວນຄວາມກົດດັນສູງຂອງອາກາດ ໜາວເຢັນ ໄດ້ອ່ອນກຳລັງລົງປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນ ຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ອຸນຫະພູມອາກາດ ເພີ່ມຂຶ້ນ 1-3 ອົງສາ ໃນແຕ່ລະພາກ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ມີໝອກ ໜາປົກຫຸ້ມຢູ່ບາງທ້ອງຖິ່ນ, ໂດຍສະເພາະແຂວງພາກເໜືອດ້ານຕາເວັນອອກ, ເຂດພູສູງ, ໄຊສົມບູນ ແລະ ພູພຽງບໍລະເວນປາກຊ່ອງອາກາດຍັງໜາວເຢັນຫລາຍ.

     ໃນລະຫວ່າງວັນທີ 11-12 ກຸມພານີ້, ພາກເໜືອດ້ານຕາເວັນອອກ: ອາກາວໜາວ ເຢັນ, ພ້ອມມີໝອກ
ໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ. ອຸນຫະພູມຕ່ຳສຸດ 6-9 ອົງສາ ແລະ ສູງສຸດ 24-26 ອົງສາ, ພາກເໜືອດ້ານຕາເວັນຕົກ: ອາກາດໜາວເຢັນ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີໝອກໜາປົກຫຸ້ມຢູ່ເຂດພູສູງ ແລະ ເນີນພູ. ອຸນ ຫະພູມຕ່ຳສຸດ 13-15 ອົງສາ ແລະ ສູງສຸດ 29-31 ອົງສາ, ສຳລັບເມືອງສິງ: ອຸນຫະພູມ ຕ່ຳສຸດ 6-8 ອົງສາ ແລະ ສູງສຸດ 28-30 ອົງສາ. ຢູ່ນະຄອນ ຫລວງວຽງຈັນ: ມີເມກປົກ ຄຸມເປັນບາງສ່ວນ, ອາກາດເຢັນ ພ້ອມມີມອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນ ເຊົ້າ. ອຸນຫະພູມຕ່ຳສຸດ 15-17 ອົງສາ ແລະ ສູງສຸດ 29-31 ອົງສາ, ພາກກາງ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີໝອກໜາປົກຫຸ້ມຢູ່ ທາງດ້ານຕາເວັນອອກຂອງພາກ. ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 29-31 ອົງສາ, ແຂວງໄຊສົມບູນ: ອຸນຫະພູມຕ່ຳສຸດ 5-7 ອົງສາ ແລະ ສູງສຸດ 23-25 ອົງສາ, ພາກໃຕ້: ມີເມກປົກຄຸມເປັນບາງສ່ວນ, ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນ ຕອນເຊົ້າ. ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 32-34 ອົງສາ, ເຂດພູພຽງ ບໍລະເວນປາກຊ່ອງ: ອຸນຫະພູມຕ່ຳສຸດ 5-7 ອົງສາ ແລະ ສູງສຸດ 25-27 ອົງສາ.

No comments:

Post a Comment