Ad

Ad

14 March 2016

ຊື້​ປະກັນ​ໄພ​ກັບທິບ​ພະຍະຮັບ​ສ່ວນ​ຫລຸດ​ 25%

          ​ໃນວັນທີ 11 ມີນານີ້, ທ່ານ ບຸນໄຊ ບຸນຍານຸຣັກ ກຳມະການ ຜູ້ຈັດການບໍລິສັດ ທິບພະຍະ ປະກັນໄພແລະ ທ່ານ ສະຫຍາມ ລາມມະສູດ ຜູ້ບໍລິສັດ ທິບພະຍະປະກັນໄພແລະ ທ່ານ ສະຫຍາມ ລາມມສູດ ຜູ້ບໍລິຫານ ວຸດທິສັກ ຄລີນິກໄດ້ຮ່ວມກັນລົງນາມສັນຍາຮ່ວມທຸລະກິດລະຫວ່າງສອງຝ່າຍ ທີ່ນະຄອນ ຫລວງວຽງຈັນ.
          ທ່ານ ບຸນໄຊ ບຸນຍານຸຣັກ ກຳມະການ ຜູ້ຈັດການບໍລິສັດ ທິບພະຍະ ປະກັນໄພ ກ່າວວ່າ: ​ເນື່ອງໃນໂອກາດວັນແມ່ຍິງສາກົນແລະ ປີໃໝ່ລາວທີ່ຈະມາເຖິງນີ້ ສອງບໍລິສັດ ພວກເຮົາ ຈຶ່ງໄດ້ຕົກລົງຮ່ວມກັນເຮັດທຸລະກິດດັ່ງກ່າວເພື່ອມອບຄວາມສຸກພິເສດໃຫ້ກັບລູກຄ້າດ້ວຍການຈັດກິດຈະກຳສະເພາະລູກຄ້າຜູ້ຍິງ ທີ່ຊື້ປະກັນໄພລົດຍົນທຸກຊະນິດ ກັບບໍລິສັດທິບພະຍະ ປະກັນໄພໂດຍກົງໃນລະຫວ່າງເດືອນມີນາ-​ເມສານີ້ ຈະໄດ້ຮັບທັນທີ ຄັດໜ້າ 1 ຄັ້ງ
ທີ່ວຸດທິສັກ ຄລີນິກ, ພ້ອມກັນນີ້ລູກຄ້າຂອງທິບພະຍະທີ່ເຂົ້າໄປໃຊ້ບໍລິການ ຢູ່​​ວຸດທິສັກ ຄລີນິກ ​​ເມື່ອສະແດງໃບສັນຍາເຮັດປະກັນໄພ ໄດ້ຮັບສ່ວນຫລຸດທັນທີ 15%. ນອກນີ້ ລູກຄ້າທ່ານໃດສົນໃຈເຂົ້າມາຊື້ປະກັນໄພກັບທິບພະຍະໃນຊ່ວງເດືອນມີນານີ້, ກໍຈະໄດ້ຮັບສ່ວນຫລຸດເຖິງ 25% ​ເຊັ່ນດຽວກັນ.

ຜູ້ບໍລິຫານ ວຸດທິສັກ ຄລີນິກ ກ່າວວ່າ: ລູກຄ້າຂອງວຸດທິສັກຄລີນິກ ທຸກຄົນ ທີ່​​ຊື້ປະກັນໄພກັບທິບພະຍະ ກໍຈະໄດ້ຮັບທັນທີສ່ວນຫລຸດ 20% ​ອີກດ້ວຍ.

No comments:

Post a Comment