Ad

Ad

14 March 2016

ປະຊາຊົນສະເໜີໃຫ້ຜູ້ຮັບສະໝັກເລືອກຕັ້ງຊ່ວຍແກ້ໄຂບັນຫາພື້ນຖານໂຄງລ່າງ

ຂະບວນການພົບປະໂຄສະນາຫາສຽງຂອງຜູ້ສະໜັກ ສສຊ ຊຸດທີ VIII ເຂດ 9 ແຂວງຊຽງຂວາງ, ເຂດ 12 ແຂວງຄໍາມ່ວນ ແລະ ເຂດ 14 ແຂວງສາລະວັນ ໄດ້ສືບຕໍ່ພົບປະໂຄສະນາຫາສຽງຢູ່ບັນດາເມືອງຕ່າງໆພາຍໃນແຂວງ ເພື່ອແນໃສ່ໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ມີຜົນ ສຳເລັດຕາມຄາດໝາຍທີ່ວາງໄວ້. ໂອກາດດັ່ງກ່າວ ປະຊາຊົນແຕ່ລະກຸ່ມບ້ານ ທີ່ ສສຊ ລົງຫາສຽງກໍໄດ້ສະເໜີຄວາມຄິດເຫັນ ແລະ ຂໍໃຫ້ຜູ້ຈະໄດ້ຮັບເລືອກຕັ້ງເປັນຜູ້ແທນ ໄດ້ເອົາໄປຄົ້ນຄວ້າພິຈາລະນາ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງຂອງເມືອງ, ຂອງບ້ານທີ່ມີຄວາມຈໍາເປັນເຊັ່ນ: ໂຮງຮຽນ, ຊົນລະ ປະທານ, ເສັ້ນທາງເຂົ້າບ້ານໃຫ້ສາມາດທ່ຽວໄດ້ 2 ລະດູ ເພື່ອເປັນການແກ້ໄຂຊີວິດການເປັນຢູ່
ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ.ໃນນັ້ນເຂດເລືອກຕັ້ງທີ 9 ແຂວງຊຽງຂວາງ ບັນດາ ສສຊ ໄດ້ສືບຕໍ່ລົງໂຄສະນາຫາສຽງ  ຢູ່ເມືອງໜອງແຮດ ເຊິ່ງເປັນເມືອງທີ 6 ຂອງແຂວງ. ໃນການລົງໄປແຕ່ລະຈຸດຄະນະຜູ້ແທນແມ່ນໄດ້ຮັບການຕ້ອນຮັບຈາກຄະນະພັກ-ອຳນາດການປົກຄອງ . ຜູ້ຮັບສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດນີ້ຢູ່ແຂວງຊຽງຂວາງ ມີທັງໝົດ 9 ທ່ານ, ຍິງ 2 ທ່ານ, ເລືອກເອົາ 6 ທ່ານ.
ສ່ວນການເຄື່ອນໄຫວຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດເຂດທີ 12 ແຂວງຄຳມ່ວນ ໄດ້ດຳເນີນຢູ່ເມືອງໄຊບົວທອງ ເຊິ່ງເປັນເມືອງທີ 6 ຂອງແຂວງ ໂດຍໄດ້ແບ່ງອອກ 342 ໜ່ວຍປ່ອນບັດ, ມີຜູ້ລົງສະໝັກ 11 ທ່ານ ເລືອກເອົາ 8 ທ່ານ. ສະເພາະເມືອງໄຊບົວທອງ ແຂວງຄຳມ່ວນ ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 13.210 ຄົນ, ຍິງ 6.781 ຄົນ, ມີ 23 ໜ່ວຍປ່ອນບັດເລືອກຕັ້ງ.

ສຳລັບຜູ້ສະໜັກ ສສຊ ຢູ່ເຂດ 14 ແຂວງສາລະວັນ ມີ 11 ທ່ານ ໄດ້ສືບ ຕໍ່ລົງພົບປະຫາສຽງນໍາປະຊາຊົນຢູ່ເມືອງລະຄອນເພັງ, ຢູ່ໃນ 8 ຈຸດ ຄືເທສະບານເມືອງ, ບ້ານພູຖໍ້າພວງ, ບ້ານປາກຕະພານ, ໜອງແສງ, ຫລັກເກົ້າສິບ, ດ່ານນາເລົາ, ໂພນສູງ ແລະ ບ້ານບຸດຕະພານ.

No comments:

Post a Comment