Ad

Ad

14 March 2016

ສິ່ງທີ່ຄວນເກັບກ່ຽວຈາກການເລືອກຕັ້ງ ( ຄໍລຳ ບັນຫາຈານແຍ່ )

ເພື່ອບໍ່ເປັນການ ແກວ່ງຄ້ອນ ກາຍໝາກມ່ວງຈານແຍ່ຂໍເວປາຍປາກກາສູ່ເລື່ອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 8 ເຊິ່ງພວມກ້າວສູ່ຂັ້ນຕະລຸມບອນ. ການເລືອກຕັ້ງລະດັບຊາດນີ້ 5 ປີໃດມີເທື່ອໜຶ່ງ, ມັນເປັນເຫດການທາງການເມືອງທີ່ໂດດເດັ່ນ, ມີການໃຊ້ ງົບປະມານຂອງລັດຢ່າງມະຫາສານ, ສ່ວນການສິ້ນເປືອງແຮງງານຄົນ ແລະ ອື່ນໆນັ້ນບໍ່ໃຫ້ເວົ້າ. ເມື່ອເປັນຈັ່ງຊີ້ສົມຄວນບໍທີ່ພວກເຮົາຈະຕ້ອງຊອກເກັບກ່ຽວຜົນປະໂຫຍດໃຫ້ໄດ້ສູງສຸດຈາກການ ເລືອກແທນທີ່ຈະໄດ້ພຽງຜູ້ແທນຄົບຕາມຈຳນວນເທົ່ານັ້ນ. ຈານແຍ່ວ່າຍັງມີຫລາຍແນວດີໆທີ່ພວກເຮົາຄວນໄດ້ຮັບຈາກການເລືອກຕັ້ງໂດຍສະເພາະແມ່ນໃນຂົງເຂດຫາງສຽງຂອງສັງຄົມ ຫລື ຈະເອີ້ນວ່າຈິດຕະສາດສັງຄົມລາວໃນແຕ່ລະໄລຍະນີ້ກໍວ່າໄດ້.

ໃນການເລືອກຕັ້ງສະພາແຫ່ງຊາດຊຸດທີ 3 (ໃນທ້າຍເດືອນທັນວາ ປີ 1992) ຈານແຍ່ໄດ້ຍົກປາກົດການໜຶ່ງຂອງຜົນການເລືອກຕັ້ງຂຶ້ນການຄົ້ນຄວ້າໂດຍເນັ້ນຜົນຂອງການເລືອກຕັ້ງສຳລັບບັນ ດາຕົວແທນຈາກ 3 ອົງການຈັດຕັ້ງມະຫາຊົນຄືຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ. ວິທີການຂອງຈານແຍ່ນັ້ນບໍ່ໄດ້ເລິກເຊິ່ງພໍປານໃດດອກມີພຽງສົມທຽບຕົວເລກວ່າໃນເຂດເລືອກ ຕັ້ງຢູ່ແຕ່ລະພາກນັ້ນ (ເໜືອ, ກາງ, ໃຕ້) ອົງການຈັດຕັ້ງມະຫາຊົນໃດໄດ້ຕົວແທນຫລາຍກວ່າ. ຜົນປາກົດວ່າຕົວແທນຂອງບາງອົງການຈັດຕັ້ງມະຫາຊົນໜຶ່ງນັ້ນໄດ້ຮັບຄະແນນຊະນະແບບດຸ່ນດ່ຽງກັນໃນເຂດເລືອກຕັ້ງຂອງທຸກໆພາກ, ມີບາງອົງການຈັດຕັ້ງໄດ້ຮັບໄຊຊະນະໃນພາກໃຕ້ຫລາຍກວ່າ ແລະ ອີກອົງການໜຶ່ງມີຜູ້ຖືກເລືອກຕັ້ງໃນພາກເໜືອຫລາຍກວ່າ. ເມື່ອໄດ້ຕົວເລກຄື ແນວນີ້ແລ້ວ ຈານແຍ່ກໍຕັ້ງຄຳຖາມໃຫ້ຕົວເອງຕອບວ່າຍ້ອນຫຍັງ ? ມັນແມ່ນຍ້ອນຜູ້ລົງສະໝັກເອງ ຫລື ວ່າ ຍ້ອນຂະບວນການອົງການຈັດຕັ້ງກ່ຽວຂ້ອງເຂັ້ມແຂງ ຫລື ອ່ອນແອ ?. ຈານແຍ່ເຄີຍໄດ້ແຈ້ງຜົນການວິໄຈສ່ວນຕົວນີ້ໃຫ້ທັງສາມອົງການຈັດຕັ້ງຊາບ. ເມື່ອ 3 ວັນຜ່ານມານີ້ເອງ, ຈານແຍ່ມີໂອກາດແລກປ່ຽນຄຳຄິດເຫັນກັບພະນັກງານລະດັບບັນນາທິການຂອງໜັງສືພິມ ລາຍວັນ 2 ສະບັບວ່າຂະແໜງການສື່ພວກເຮົາຄວນມີວິທີນນຳໃຊ້ບັ້ນເລືອກຕັ້ງຄັ້ງນີ້ໃຫ້ເປັນປະໂຫຍດທີ່ສຸດສຳລັບວຽກສື່ໃນຕະຫລອດອາຍຸການຂອງສະພາແຫ່ງຊາດຊຸດທີ 8 ຊິມານີ້.

ສຳລັບການໂຄສະນານັ້ນ, ວົງ ການສື່ຂອງພວກເຮົາຕ້ອງປະດິດສ້າງ ບໍ່ຄວນຈະຈຳກັດຢູ່ສະເພາະແຕ່ເອກະສານທາງການເຊັ່ນຄຳສັ່ງ, ຄຳແນະນຳກ່ຽວກັບການເລືອກຕັ້ງ ກໍຄືໃບໂຄສະນາຊີວະປະຫວັດຂອງຜູ້ສະໝັກ. ຫົວຄິດປະດິດສ້າງທີ່ວ່ານັ້ນແນ່ນອນກໍຕ້ອງນອນຢູ່ໃນຂອບ. ຕົວຢ່າງແທນທີ່ຈະເຜີຍແຜ່ແຕ່ຮູບ ແລະ ໃບຊີວະປະຫວັດຂອງຜູ້ລົງສະໝັກ ເຊິ່ງເປັນເລື່ອງທຳມະດາເກີນໄປ, ເປັນຫຍັງບໍ່ລອງສັງລວມເອົາລະດັບການສຶກສາ, ລະດັບວິຊາສະເພາະຂອງຜູ້ລົງສະໝັກມາຂຽນເປັນບົດຕ່າງຫາກເຊັ່ນວ່າ ຜູ້ລົງສະໝັກຄັ້ງນີ້ນັ້ນມີຄວາມຮູ້ວິຊາຄູ, ວິສະວະກຳກໍ່ສ້າງ-ໄຟຟ້າ, ວິຊາສັງຄົມສາດ, ວິຊາກໍ່ສ້າງທາງລົດໄຟ, ວິຊາແພດ, ວິຊາເຕັກໂນໂລຊີຂ້ໍມູນຂ່າວສານເທົ່ານັ້ນເທົ່ານີ້ຄົນ. ການທ່ີສື່ມີວິທີລົງເລິກເຈາະຈີ້ມຕື່ມກ່ຽວກັບຜູ້ລົງສະໝັກນັ້ນ ມັນຈະຊ່ວຍໃຫ້ສັງຄົມເຫັນແຈ້ງກ່ຽວກັບຄຸນນະພາບຂອງຜູ້ສະໝັກ ແລະ ການຕັດສິນໃຈໃຊ້ສິດກໍຈະງ່າຍຂຶ້ນເພາະວ່າບັນດາເຈົ້າຂອງສິດຈະສາມາດສົມທຽບຄຸນສົມບັດຂອງຜູ້ສະໝັກກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມລາວໃນປັດຈຸບັນ. ຖ້າພວກເຂົາເຫັນວ່າຖ້າຄົນລາວມີການສຶກສາດີບ້ານເມືອງຈະພັດທະນາໄວ ແນ່ນອນພວກເຂົາເຈົ້າກໍຈະໃຫ້ນ້ຳໜັກຜູ້ສະໝັກໃນຂົງເຂດການສຶກສາ. ການສັງລວມກ່ຽວກັບຄວາມຮູ້ຄວາມສາມາດຂອງຜູ້ສະໝັກນັ້ນ ຍັງມີປະໂຫຍດຢ່າງຫລວງຫລາຍ ສຳລັບຄົນໃນວົງການສື່ ເພາະງ່າຍທີ່ຈະຕິດຕາມເອົາຂ່າວເຊັ່ນຈະເກັບກຳຂ່າວດ້ານກະສິກຳ ເຮົາກໍຮູ້ໂລດ ວ່າ ສສຊ ທ່ານໃດມີຄວາມຮູ້ ແລະ ຕິດພັນກັບວຽກກະສິກຳ, ຢາກສຳພາດເລື່ອງໂລກເອດ, ເລື່ອງການປົກຄອງ, ເລື່ອງພະລັງງານເຮົາກໍມີຊື່ເປົ້າໝາຍໄວ້ໃນບັນຊີແລ້ວ. ທີ່ເວົ້າມານີ້ແມ່ນພຽງແຕ່ສ້ຽວດຽວຂອງຜົນປະໂຫຍດທີ່ຄວນໄດ້ຈາກ ຂະບວນການເລືອກຕັ້ງຄັ້ງນີ້.

No comments:

Post a Comment