Ad

Ad

11 March 2016

ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ສຶກສາລະ​ດັບ​ຊາດ​ກ່ຽວ​ກັບ​ການ​ໃຊ້ຄວາມ​ຮຸນ​ແຮງ​ຕໍ່​ແມ່ຍິງ​ໃນ ສປປ ລາວ

ວັນທີ 10 ມີນານີ້, ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ( UNFPA ) ປະຈຳລາວໄດ້ຈັດກອງປະຊຸມເຜີຍແຜ່ບົດລາຍງານການສຶກສາລະດັບຊາດກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນຫົວຂໍ້​ ”ສຸຂະພາບແລະ ປະສົບການຊີວິດຂອງແມ່ຍິງ​” ​ໃນ ສປປ ລາວ ຂຶ້ນທີ່ຫໍປະຊຸມແຫ່ງຊາດ, ​ໂດຍການເຂົ້າຮ່ວມຂອງທ່ານ ບຸນສະຫວາດ ບຸບຜາ ລັດຖະມົນຕີຊ່ວຍວ່າການກະຊວງຍຸດຕິທຳ, ທັງເປັນຄະນະກຳມະການລະດັບຊາດເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ (ຄກມຊ) , ທ່ານ ນາງ ຄາຣິນາ ອິມໂມເນັນ (Ms karina Inmonen) ຜູ້ປະສານງານເຄື່ອຂາຍ ອົງການສະຫະປະຊາຊາດປະຈຳລາວ, ມີບັນດາທູດຕ່າງປະເທດ, ຄູ່ຮ່ວມພັດທະນາແລະ ອົງການຈັດຕັ້ງສາກົນຕ່າງໆປະຈຳລາວເຂົ້າຮ່ວມນຳດ້ວຍ.


ຄກມຊ ກ່າວໃນທີ່ປະຊຸມວ່າ: ຄກມຊ ຮ່ວມກັບສູນສະຖິຕິແຫ່ງຊາດ ​​ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ດຳເນີນການສຳຫຼວດສຶກສາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນປະເທດເຮົາເລີ່ແຕ່ປີ 2013 ​ເປັນຕົ້ນມາ, ຊຶ່ງຜົນຂອງການສຶກສາໃນຄັ້ງນີ້, ໄດ້ສະທ້ອນໃຫ້ເຫັນຫຼາຍບັນຫາທີ່ຕ້ອງໄດ້ຮີບຮ້ອນແກ້ໄຂການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ,​ ຊຶ່ງ​​​ຍັງເກີດຂຶ້ນຫຼາຍໃນປະເທດເຮົາ, ໂດຍສະເພາະໃນຄອບຄົວ​​ແມ່ນບັນຫາທີ່ເກີດຂຶ້ນໃນ​​ທຸກບ່ອນ​,​ ບໍ່ວ່າຈະເປັນຊົນນະບົດຫຼືໃນຕົວເມືອງ,​ ໃນກຸ່ມຄົນທີ່ຮູ້ໜັງສືແລະ ບໍ່ຮູ້ໜັງສື, ການໃຊ້ຄວາມຮຸນແຮງໄດ້ສົ່ງຜົນກະທົບທີ່ຮ້າຍແຮງຕໍ່ສຸຂະພາບທາງ​​ຮ້າຍກາຍແລະ ຈິດໃຈຂອງແມ່ຍິງ, ບໍ່ພຽງແຕ່ເທົ່ານັ້ນຄວາມຮຸນແຮງຕໍ່ແມ່ຍິງຍັງມີຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຍ້ອນວ່າມັນມີຜົນກະທົບຕໍ່ການມີສ່ວນຮ່ວມຂອງແມ່ຍິງໃນຕະຫຼາດແຮງງານ, ປະສິດທິພາບຂອງແຮງານ, ການສຶກສາ ແລະ ການຝຶກອົບຮົມ, ຖ້າສາມາດປ້ອງກັນຄວາມຮຸນແຮງບໍ່ໃຫ້ເກີດຂຶ້ນ, ລອງຄິດເບິ່ງວ່າຈະສາມາດປະຢັດງົບປະມານຂອງລັດ ແລະ ເອກະຊົນໄດ້ເປັນຈຳນວນຫຼາຍ ຈາກການປິ່ນປົວ ແລະ ຈາກການເສຍແຮງງານອັນສຳຄັນຂອງຊາດ ແລະ ຫວັງຢ່າງຍິ່ງວ່າຜົນຂອງການສຶກສາຄັ້ງນີ້ຈະເປັນຂໍ້ມູນ ແລະ ບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານຕໍ່ວຽກງານຕ້ານການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງໃນປະເທດເຮົາ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນການດຳເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ແລະ ລືບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ການຈັດຕັ້ງ ປະຕິບັດກົດໝາຍ ວ່າດ້ວຍການລືບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃຫ້ ໄດ້ຮັບຜົນ.ໂອກາດນີ້, ທ່ານຍັງສະແດງຄວາມຂອບໃຈຕໍ່ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນຕ່າງໆ, ໂດຍສະເພາະແມ່ນອົງການ UNFPA ທີ່ໃຫ້ການຊ່ວຍເຫຼືອແລະ ສະໜັບສະໜູນ​​ເຮັ​​ໃຫ້ບົດລາຍງານຜົນການສຳຫຼວດຄັ້ງນີ້ສຳ​​ເລັດຢ່າງຈົບງາມ, ພ້ອມນັ້ນທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ນັກເດີນສຳຫຼວດກໍຄືນັກສຳພາດທີ່ພ້ອມກັນສຸມທຸກສະຕິປັນຍາເຮັໃຫ້ມີຜົນສຳເລັດໃນຄັ້ງນີ້ບັນລຸຕາມລະດັບຄາດໝາຍທີ່ວາງໄວ້.

No comments:

Post a Comment