Ad

Ad

11 March 2016

ຫວຽດນາມ​ສະໜັບສະໜູນ​ອຸປະກອນ​ຊ່ວຍ​ປະຕິບັດ​ໜ້າ​ທີ່​ເປັນ​ປະທານ​ອາ​ຊຽນຂອງ​ລາວ

            ພິທີມອບ-ຮັບເຄື່ອງຊ່ວຍເຫລືອເພື່ອສະໜັບສະໜູນການປະຕິບັດໜ້າທີ່ເປັນປະທານອາຊຽນ2016 ຂອງ ສປປ ລາວໄດ້ມີຂຶ້ນທີ່ດ່ານຊາຍແດນສາກົນເກົາແຈວ-ນ້ຳພາວເມືອງຄຳເກີດແຂວງບໍລິຄຳໄຊໃນວັນທີ 9 ມີນານີ້ ລະຫວ່າງທ່ານ ພັນເອກ ຫງວຽນດາຍໂຮ້ຍ ຮອງຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ສສ ຫວຽດນາມແລະ ທ່ານ ພັນເອກ ບາງສີໄຊສົມໂຄດ ຮອງຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ.
            ​ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບມີລົດສຸກເສີນ (ອຳບູລັງ) ຈຳນວນ 4 ຄັນ, ຄອມພິວເຕີຕັ້ໂຕະແລະແລັດທ໋ອບ ຢ່າງລະ 5 ​ເຄື່ອງ, ​ເຄື່ອງວັດແທກຄື້ນໂທລະສັບມືຖື, ​ເຄື່ອງສະແກນແລະເຄື່ອງ
ກວດກາທາດເບື່ອໃນອາຫານ ຢ່າງລະ 2 ​ເຄື່ອງໃຫ້ແກ່ກະຊວງປ້ອງກັນປະເທດລາວ, ມີຄວາມສະດວກໃນການປະຕິບັດໜ້າທີ່ຂອງຕົນໃນການເປັນປະທານອາຊຽນໃນປີ 2016 ນີ້, ພ້ອມຈະເລັ່ງຊ່ວຍເຫລືອຝ່າຍລາວຈັດຕັ້ງກອງປະຊຸມລັດຖະມົນຕີປ້ອງກັນປະເທດແລະ ການທະຫານອາຊຽນໃນປີ 2016 ນີ້ໃຫ້ບັນລຸຜົນສຳເລັດອັນຈົບງາມ.

No comments:

Post a Comment