ເຈົ້າໜ້າທີ່
ມອດໄຟ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເວລາປະ ມານ 9:30 ຂອງວັນທີ 3
ມີນານີ້,
ເກີດໄຟໃໝ້ເຮືອນປະຊາຊົນ ຢູ່ບ້ານຫົວເມືອງໄຕ້, ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ຊຶ່ງເຈົ້າຂອງເຮືອນຊື່ທ້າວ ຕຸ ລັດສະໝີ ອາຍຸ 41 ປີ
ຢູ່ບ້ານດັ່ງ ກ່າວ,
ເປັນເຮືອນໄມ້ຊັ້ນດຽວ ໃນເວລາເກີດເຫດບໍ່ມີຄົນຢູ່
ແຕ່ເຈົ້າຂອງເຮືອນ ໄດ້ດັງໄຟຢູ່ເຮືອນຄົວປະໄວ້ ເພື່ອແຕ່ງກິນ, ໃນຂະນະນັ້ນ ຜູ້ເປັນເມຍຂອງທ້າວຕຸ ໄດ້ອອກໄປຕະຫລາດ
ແຕ່ພໍກັບມາຮອດເຮືອນໄຟກໍໄດ້ລຸກໄໝ້ໄປທົ່ວເຮືອນແລ້ວ, ລວມມູນຄ່າເສຍຫາຍປະມານ 50 ກວ່າລ້ານກີບ.
ເຈົ້າໜ້າທີ່
ຍັງໄດ້ເຕືອນປະຊາຊົນ ຈົ່ງມີສະຕິລະວັງການໃຊ້ໄຟຟ້າ, ດັງໄຟ ແລະ ໄຕ້ທຽນບູຊາ ຫລັງຈາກສຳເລັດແລ້ວ ໃຫ້ດັບມອດທີ
ເພືອປ້ອງກັນການເກີດອັກຄີໄພທີ່ຈະຕາມມາ.

No comments:
Post a Comment