Ad

Ad

4 March 2016

ລັດຖະມົນຕີກະຊວງ ຮສສ ເຂົ້າຮ່ວມກອງປະຊຸມໝູ່ບ້ານຊ່ວຍເຫຼືອເດັກນ້ອຍ ທີ່ກຳປູເຈຍ

          ໃນວັນທີ 1 ມີນານີ້, ທ່ານ ດຣ. ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳ ມະນາ ບັນດາປະທານ ແລະ ອຳນວຍການ ບ້ານ SOS ໃນຂົງເຂດອາຊີ ໃນລະຫວ່າງ ວັນທີ 2-4 ມີນານີ້ ທີ່ນະຄອນຫລວງພະນົມເປັນ, ຣາຊະອານາຈັກກຳປູເຈຍ.
          ກອງປະຊຸມຈັດຂຶ້ນເປັນຄັ້ງທຳອິດ ເພື່ອປຶກສາຫາລືໃນການຊ່ວຍເຫຼືອ ເດັກນ້ອຍ ໃນຂົງເຂດຂອງບັນດາປະເທດອາຊີ ໂດຍມີ 15 ປະເທດເຂົ້າຮ່ວມ. ໃນໂອກາດນີ້, ທ່ານລັດຖະມົນຕີວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງລາວ ແລະ ກະຊວງສະຫວັດດີການສັງຄົມນັກ ຮົບເກົ່າ ແລະ ຟື້ນຟູຊາວໜຸ່ມ ກຳປູເຈຍ ຍັງໄດ້ມີການແລກປ່ຽນສະພາບການ
ພັດທະນາວຽກງານດ້ານ ສະຫວັດດີການ-ສັງຄົມ, ວຽກງານນະໂຍບາຍຕໍ່ຜູ້ ມີຜົນງານ ແລະ ວຽກງານປົກປ້ອງຊ່ວຍເຫຼືອຕື່ມອີກ ແລະ ໃນໂອກາດດັ່ງກ່າວ.

    ທ່ານ ດຣ.ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະ, ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສົມເດັດ ຮຸນເຊັນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ອີກດ້ວຍ.

No comments:

Post a Comment