ຜູ້ສັນຈອນໄປມາຜ່ານບໍລິເວນສີ່ແຍກໄຟອໍານາດບ້ານຕານມີໄຊ ເມືອງໄຊທານີຕ່າງກໍມີຄວາມເປັນຫວ່ງຕໍ່ສະພາບເສັ້ນທາງໃນຈຸດດັ່ງກ່າວເກີດການເປ່ເພເປັນບວກ, ເປັນຂຸມ ແລະ ມີນໍ້າອັ່ງຂັງຢູ່ຕະ ຫລອດມາໄດ້ຫລາຍເດືອນແລ້ວ.
ນັກຂ່າວໜັງສືພີມພວກເຮົາໄດ້ລົງໄປຕິດຕາມເບິ່ງສະພາບຕົວຈິງໃນຈຸດສີ່ແຍກດັ່ງກ່າວເມື່ອບໍ່ດົນມານີ້, ພາຍຫລັງໄດ້ຮັບການສະເໜີຈາກປະຊາຊົນທີ່ອາໃສຢູ່ບໍລິເວນໃກ້ຄຽງ
ລວມເຖິງຜູ້ທີ່ສັນ ຈອນໄປມາຜ່ານຈຸດດັ່ງກ່າວ, ເຊິ່ງເຫັນວ່າສາເຫດທີ່ພາໃຫ້ເສັ້ນທາງໃນຈຸດດັ່ງກ່າວເປ່ເພເປັນບວກເປັນຂຸມ
ແລະ ມີນໍ້າອັ່ງຂັງຕະຫລອດເວລາແມ່ນ
ຍ້ອນຮ່ອງນໍ້າເປື້ອນຈາກເຮືອນປະຊາຊົນສອງຝາກທາງໄດ້ໄຫລ່ລົງໃສ່ທາງໃຫຍ່
ຈຶ່ງສົ່ງຜົນສະທ້ອນອັນບໍ່ດີຕໍ່ສະພາບແວດລ້ອມ ແລະ ສັງຄົມຄືດັ່ງກ່າວ. ສະນັ້ນຈຶ່ງຢາກໃຫ້ພາກສ່ວນກ່ຽວຂ້ອງ
ແລະ ອໍານາດການປົກຄອງທ້ອງຖິ່ນໄດ້ມີວິທີແກ້ໄຂສະພາບດັ່ງກ່າວໂດຍໄວ.

No comments:
Post a Comment