Ad

Ad

1 March 2016

ການ​ສອບ​ເສັງ​ນັກຮຽນ​ເກັ່ງຂັ້ນ​ນະຄອນຫລວງ​ ຈະ​ມີຂຶ້ນ​ກາງ​ເດືອນ​ມີນາ​ນີ້

          ​ພະແນກສຶກສາທິການແລະ ກິລາ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ການສອບເສັງນັກຮຽນເກັ່ງໃນລະດັບຕ່າງໆແມ່ນ ປະຕິບັດຕາມຂໍ້ແຂ່ງຂັນສອນດີ, ສອນເກັ່ງ ທີ່​​ກະຊວງສຶກສາທິການແລະ ກິລາກຳນົດໄວ້, ທັງເປັນການກະຕຸກຊຸກຍູ້ຂະບວນການສຶກສາຮ່ຳຮຽນ​ ​ແລະ ຍົກລະດັບການສຶກສາຂອງ​​ນັກຮຽນໃຫ້ນັບມື້ດີຂຶ້ນເທື່ອລະກ້າວ​ ​ໃຫ້ກ້າວໄປສູ່ລະດັບສາກົນແລະ ພາກພື້ນໂດຍໄວ. ມາຮອດປັດຈຸບັນການຈັດສອບເສັງນັກຮຽນເກັ່ງຂັ້ນເມືອງແມ່ນສຳເລັດແລ້ວແລະ ຈະມີພິທີສະຫລຸບໃນໄວໆນີ້, ສ່ວນການສອບເສັງຂັ້ນນະຄອນຫລວງ​ ​ແມ່ນຈະມີຂຶ້ນໃນວັນທີ 15 ມີນາທີ່ຈະ​​ເຖິງນີ້ເພື່ອເລືອກເອົານັກຮຽນເກັ່ງ, ຜູ້ທີ່ມີຄະແນນສູງສຸດຈາກ​ 9 ​ເມືອງທົ່ວນະຄອນຫລວງເປັນຕົວແທນໄປສອບເສັງ​ ​ນັກຮຽນເກັ່ງລະດັບປະເທດ. ການສອບເສັງນັກຮຽນເກັ່ງ​ ​ແມ່ນການວັດຄວາມຮູ້, ຄວາມສາມາດຂອງນັກຮຽນແຕ່ລະຄົນເພື່ອເລັ່ງປັບປຸງຄຸນນະພາບຂອງນັກຮຽນ​​ໃຫ້ດີຂຶ້ນເລື້ອຍໆ.

No comments:

Post a Comment