ຮອງຄະນະບໍດີຄະນະຫລັງມະຫາວິທະຍາໄລ, ມະຫາວິທະ ຍາໄລວິທະຍາສາດສຸຂະພາບແຫ່ງຊາດ ດຣ ອາລົງກອນ ເພັງສະຫວັນ ໄດ້ເປີດເຜີຍໃນກອງປະຊຸມໂພຊະນາການນັບຕັ້ງແຕ່ໄລຍະເລີ່ມຕົ້ນຂອງຊີວິດ ເມື່ອທ້າຍອາທິດຜ່ານມາວ່າ: ປັດຈຸບັນຍັງມີແມ່ຍິງລາວທີ່ຖືພາຈໍານວນໜຶ່ງຍັງບໍ່ໃຫ້ຄວາມສໍາຄັນຕໍ່ບັນຫາໂພຊະນາການໃນໄລຍະເລີ່ມຕົ້ນຊີວິດ, ໝາຍວ່າບໍ່ສົນໃຈໃນການເບິ່ງແຍງສຸຂະພາບ, ການກິນອາຫານ, ການຄວບຄຸມນໍ້າໜັກ ແລະ ອື່ນໆ, ຈຶ່ງສົ່ງຜົນສະທ້ອນທີ່ບໍ່ດີຕໍ່ສຸຂະພາບຂອງຕົນ ແລະ ລູກໃນໄລຍະຍາວ.
ທ່ານ ດຣ ອາລົງກອນ ກ່າວວ່າ: ເຖິງວ່າອັດຕາການຕາຍຂອງແມ່ຢູ່ລາວໄດ້ຫລຸດລົງເປັນລໍາດັບຄື:ປີ 1990 ມີສະເລ່ຍປະມານ 1.600 ຄົນ, ປີ 2015 ສະເລ່ຍ 220 ຄົນ ແລະຮອດປີ 2020 ຈະໃຫ້ຫລຸດລົງສະເລ່ຍ 160 ຄົນຕໍ່ແສນຄົນ, ຂະນະທີ່ຕາໜ່າງສາທາລະນະສຸກຈະມີການຂະຫຍາຍໄປຢ່າງກວ້າງຂວາງໃນທົ່ວປະເທດກໍຕາມ, ແຕ່ບັນຫາການບໍ່ໄປເກີດລູກຢູ່ໂຮງໝໍຢ່າງປອດໄພຍັງພົບເຫັນຫລາຍນັບທັງຢູ່ໃນຕົວເມືອງ ແລະ ເຂດຊົນນະບົດ, ນອກຈາກນີ້ມີແມ່ຍິງຖືພາບາງຄົນເຖິງວ່າໄດ້ໄປຝາກທ້ອງຢູ່ນໍາໂຮງໝໍ ແຕ່ເມື່ອເກີດລູກພັດບໍ່ມາເກີດຢູ່ໂຮງໝໍ, ບາງຄົນຍັງມີຄວາມເຊື່ອໃຫ້ຄະລໍາການກິນອາຫານປະເພດຊີ້ນ, ປາ ແລະ ຜັກຕ່າງໆຊ່ວງໄລຍະຖືພາ, ເຊິ່ງບັນຫາເລົ່ານີ້ລ້ວນແຕ່ແມ່ນຄວາມເຊື່ອທີ່ຜິດຜາດຫລາຍ, ໃນຄວາມເປັນຈິງແລ້ວແມ່ຍິງທີ່ຖືພາແມ່ນມີຄວາມຈໍາເປັນທີ່ຈະຕ້ອງໄດ້ຮັບສານອາຫານທີ່ຖືກຕ້ອງ ແລະ ມີປະລິມານທີ່ເໝາະສົມ.
ຕາມການລາຍງານຂອງອົງການອານາໄມໂລກ (WHO) ໃຫ້ຮູ້ວ່າ: ພາວະໂພຊະນາການທີ່ເຮັດໃຫ້ເດັກຈະເລີນເຕີບໂຕຕໍ່າກວ່າເກນກໍາລັງເປັນບັນຫາຮຸນແຮງໃນຫລາຍປະເທດ ແລະ ປັດຈຸບັນນີ້ພວກເຮົາກໍາລັງພະເຊີນກັບບັນຫາໂພຊະນາການ 2 ລັກສະນະຄື: ກຸ່ມຄົນທີ່ໄດ້ຮັບສານອາຫານຫລາຍເກີນໄປ ແລະ ກຸ່ມຄົນທີ່ໄດ້ຮັບສານອາຫານໜ້ອຍເກີນໄປ, ເຊິ່ງການໄດ້ຮັບສານອາຫານເກີນຈະເຮັດໃຫ້ຜູ້ຍິງໄວຈະເລີນພັນຕຸ້ຍ ແລະ ສົ່ງຜົນສະທ້ອນຕໍ່ສຸຂະພາບແມ່ ແລະ ເດັກ, ເນື່ອງຈາກວ່າແມ່ທີ່ຕຸ້ຍຈະເກີດອາການແຊກຊ້ຶອນໄດ້ຕະຫລອດໄລຍະຖືພາ ເຊັ່ນ: ການລຸລູກ, ເກີດເປັນພະຍາດເບົາ ຫວານ, ມີຄວາມດັນເລືອດສຸງ, ເກີດລູກຍາກ ແລະ ການຕິດເຊື້ອຫລັງເກີດລູກ, ສ່ວນການໄດ້ຮັບສານອາຫານໜ້ອຍເກີນໄປກໍຈະເຮັດໃຫ້ແມ່ມີສຸຂະພາບອ່ອນແອ ແລະ ສ່ຽງຕໍ່ການເກີດພະຍາດຫລາຍຊະນິດເຊັ່ນກັນ.
ສະນັ້ນ, ໂພຊະນາການຕັ້ງແຕ່ເລີ່ມຕົ້ນຂອງຊີວິດ ຫລື ອາຫານການກິນໃນໄລຍະແມ່ຖືພາແມ່ນມີຄວາມສໍາຄັນຫລາຍ, ໝາຍວ່າຖ້າຊ່ວງເລີ້ມຕົ້ນໄລຍະຂອງຊີວິດແມ່ຖືພາໄດ້ຮັບສານອາຫານຄົບຖ້ວນກໍຈະເປັນການປູພື້ນຖານສຸຂະພາບທີ່ແຂງແຮງກໍຄືຄຸນະພາບຊີວິດທີ່ດີຂອງເດັກໃນໄລຍະຍາວ.

No comments:
Post a Comment