ກອງທຶນປົກປ້ອງຜູ້ຝາກເງິນ ( ກທປ )
ທະນາຄານແຫ່ງ ສປປ ລາວ ( ທຫລ ) ຮ່ວມກັບປະກັນໄພເງິນຝາກປະ ເທດມາເລເຊຍ ແລະ
ທະນາຄານໂລກປະຈໍາບາງກອກ ປະເທດໄທ ໄດ້ສໍາເລັດການຝຶກອົບຮົມໃນວັນທີ 26 ກຸມພາ 2016
ທີ່ໄດ້ດຳເນີນມາເປັນເວລາ 2 ວັນ ທີ່ໂຮງແຮມເມີຄຽວອ໌ ນະຄອນຫຼວງວຽງຈັນ ໃນຫົວຂໍ້
: “ ລະບົບການຈ່າຍຄືນເງິນປະກັນໄພເງິນຝາກ ”
ໃຫ້ແກ່ພະນັກ ງານ ກທປ ແລະ ພະນັກງານ ທຫລ ຈຳນວນໜຶ່ງ
ໂດຍການເຂົ້າຮ່ວມຂອງທ່ານນາງ ແສງດາວວີ ວົງຄຳຊາວ ຜູ້ອຳນວຍການ ກທປ
ເພື່ອນຳສະເໜີວິທີຈ່າຍຄືນເງິນຝາກຂອງປະກັນໄຟເງິນຝາກຂອງມາເລເຊຍ ໂດຍມີເງື່ອນໄຂໄດ້ຮັບການປົກປ້ອງທາງດ້ານບັນຊີເງິນຝາກປະຢັດ,
ກະແສລາຍວັນ, ເງິນຝາກປະຈໍາ-ເງິນຝາກມີກຳ ນົດ ແລະ ເງິນຝາກເປັນສະກຸນເງິນຕາຕ່າງປະເທດ,
ສຳລັບບໍ່ມີເງື່ອນໄຂໄດ້ຮັບໄດ້ແກ່ຜະລິດຕະພັນ
ລົງທຶນທີ່ກ່ຽວຂ້ອງກັບຄຳ,
ກອງທຶນເພື່ອການລົງທຶນແບບ Unit trusts, ຫຸ້ນ, ເງິນຝາກຕະຫຼາດເງິນ,
ທ່ານຜູ້ອຳນວຍການ
ກທປ ໄດ້ກ່າວວ່າ: ຊຸດອົບຮົມຄັ້ງນີ້
ຄວາມສໍາຄັນຕໍ່ວຽກງານປະກັນໄຟເງິນຝາກ: ຄືດັ່ງຮູ້ແລ້ວວ່າ:
ວິກິດການທາງດ້ານການເງິນໃນທົ່ວໂລກໄດ້ຜ່ານໄປ ຄົງເຫຼືອໄວ້ພຽງບົດຮຽນ ແລະ
ປະສົບການຫຼາຍຢ່າງຊຶ່ງໃນປັດຈຸບັນພວກເຮົາຍັງຈະຕ້ອງສືບຕໍ່ຄົ້ນຄວ້າ, ແລກປ່ຽນບົດຮຽນ ແລະ
ປະສົບການໃນວຽກງານປະກັນໄຟເງິນຝາກກັບຫຼາຍປະເທດໃນຂົງເຂດ ແລະ ພາກພື້ນ.
ສາມາດນໍາໄປປັບປຸງບັນດາລະບົບການເງິນ,
ການຮັກສາຄວາມປອດໄພໃນການເຄື່ອນໄຫວຂອງລະບົບທະນາຄານ, ເສີມສ້າງຂອບເຂດການນໍາໃຊ້ນິຕິກໍາ
ແລະ ຍົກສູງປະສິດທິຜົນຂອງອົງການຄຸ້ມຄອງ-ກວດກາ. ບັນດາອົງກອນປະກັນໄຟເງິນຝາກໃນທົ່ວໂລກ
ໄດ້ສະແດງພາລະບົດບາດອັນສໍາຄັນຂອງຕົນຕະຫຼອດໄລຍະເວລາທີ່ເກີດວິກິດການທາງດ້ານການເງິນໂດຍການສ້າງຄວາມເຊື່ອໝັ້ນໃຫ້ແກ່ມວນຊົນປະກອບສ່ວນຮັກສາສະຖຽນລະພາບຂອງລະບົບສະຖາບັນການເງິນ-ທະນາຄານ
ພ້ອມທັງປັບປຸງອົງກອນຂອງຕົນເພື່ອປະກອບສ່ວນເຂົ້າໃນການຟື້ນຟູລະບົບການເງິນ-ທະນາຄານ ແລະ
ກະກຽມຄວາມພ້ອມຮັບມືກັບບັນດາວິກິດການຕ່າງໆທີ່ອາດຈະເກີດຂຶ້ນໃນອະນາຄົດ.
# ຂ່າວ-ພາບ:
ຣັດສະໝີ ດວງສັດຈະ.

No comments:
Post a Comment