Ad

Ad

1 March 2016

ໄອຍະການປະຊາຊົນຈະສຸມໃສ່ສ້າງພະນັກງານໃຫ້ມີຈັນຍາບັນ-ຈັນຍາທໍາໜັກແໜ້ນ


         ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄໍາສານ ສຸວົງ ໃຫ້ຮູ້ໃນກອງປະຊຸມສະຫລຸບວຽກງານປະຈໍາປີ 2015 ຂອງອົງການໄອຍະການປະຊາຊົນສູງສຸດວ່າ: ສົກປີ 2015-2016 ເປັນສົກປີເລີ່ມຕົ້ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020). ສໍາລັບຂະແໜງໄອຍະການປະຊາຊົນກໍຈະສູ້ຊົນຈັດຕັ້ງປະຕິບັດບັນດາທິດທາງ, ໜ້າທີ່ ແລະ ວຽກງານຈຸດສຸມເພື່ອພັດທະນາຂະ ແໜງການຕົນຄື: ເພີ່ມທະວີວຽກງານສຶກສາອົບຮົມທາງດ້ານການເມືອງແນວຄິດເພື່ອປັບປຸງຄຸນທາດການເມືອງ, ຄຸນສົມບັດສີນທໍາປະຕິວັດ, ຈັນຍາບັນ ແລະ ຈັນຍາທໍາຂອງພະນັກງານ-ລັດຖະກອນໃຫ້ໜັກແໜ້ນ, ໂດຍສະເພາະແມ່ນສຸມໃສ່ອົງການໄອຍະການປະຊາຊົນຂັ້ນທ້ອງຖິ່ນເພື່ອຍົກສູງຄຸນນະພາບການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍໃຫ້ຄວາມມີຄວາມສັກສິດ ແລະຍຸຕິທໍາ.ຊຶ່ງໃນສົກປີ 2015-2016 ພະນັກງານລັດຖະກອນຂອງອົງການໄອຍະການປະຊາຊົນຫລາຍກວ່າ 85% ຕ້ອງເປັນພະນັກງານດີເດັ່ນຕາມມາດຖານ 3 ມີ 4 ຮັບປະກັນຂອງອົງການກໍານົດໄວ້ ແລະ ສໍາລັບການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການສັ່ງຟ້ອງຄະດີ, ໂດຍສູ້ຊົນແກ້ໄຂຄໍາຮ້ອງ ແລະ ຄະດີໃຫ້ສາມາດບັນລຸ 95% ຂອງຈໍານວນຄໍາຮ້ອງທັງໝົດ ແລະ ສໍານວນຄະດີເຂົ້າມາອົງການ, ໃນນັ້ນສະເພາະຄະດີທີ່ດໍາເນີນຖືກຕ້ອງຕາມກໍານົດເວລາທີ່ກົດໝາຍກໍານົດໄວ້ຄື: ຄະດີອາຍາໃຫ້ບັນລຸຫລາຍກວ່າ 90%, ຄະດີແພ່ງໃຫ້ບັນລຸຫລາຍກວ່າ 80%, ຮັບປະກັນໃຫ້ຜູ້ກະທໍາຜິດຕ້ອງຖືກລົງໂທດຕາມກົດໝາຍ ແລະ ຜູ້ບໍ່ກະທໍາຜິດແມ່ນບໍ່ຖືກລົງໂທດ, ເພື່ອແນ່ໃສ່ປົກປ້ອງກົດໝາຍໃຫ້ມີຄວາມສັກສິດ ແລະ ສັງຄົມມີຄວາມຍຸຕິທໍາເພີ່ມຂຶ້ນ, ປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດດ້ວຍກົດໝາຍມີຄວາມເຂັ້ມງວດ, ສັກສິດ ແລະ ເສດຖະກິດ-ສັງຄົມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງແລະຍືນຍົງ.

No comments:

Post a Comment