Ad

Ad

1 March 2016

ລາວ-ມາເລເຊຍ ​ເພີ່ມ​ທະວີ​ການຮ່ວມມືວຽກງານການຕ່າງປະເທດ

          ວັນທີ 28 ກຸມພານີ້, ໄດ້ມີພິທີພົບປະສອງຝ່າຍລະຫວ່າງກະຊວງການຕ່າງປະເທດລາວ ແລະ ກະຊວງການຕ່າງປະເທດມາເລເຊຍ, ຝ່າຍລາວນຳໂດຍທ່ານ ທອງລຸນ ສີສຸລິດ ຮອນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຝ່າຍມາເລເຊຍ ນຳໂດຍທ່ານ ດາໂຕ ສິລິ ອານິຟາ ອາມານ ລັດຖະມົນຕີ​ວ່າການກະຊວງການຕ່າງປະເທດມາເລເຊຍພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນລະຫວ່າງວັນທີ 27-29 ກຸມພານີ້.
          ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມືຖານປະເທດເພື່ອນມິດທີ່ມີມູນເຊື້ອອັນດີງາມ, ເຊິ່ງສະແດງອອກ​ໃນກາແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງປະເທດ, ຕະຫລອດ​ເຖິງບັນດາຂະແໜງການຕ່າງໆໃນທຸກລະດັບ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.

             ທັງສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນຮ່ວມກັນກ່ຽວກັບການສົ່ງເສີມການຮ່ວມມືລະຫວ່າງກັນເປັນຕົ້ນ: ດ້ານການເມືອງ ແລະ ຄວາມໝັ້ນຄົງ, ເຊິ່ງທັງສອງຝ່າຍໄດ້ເປັນເອກະພາບຮ່ວມກັນໃນການສ້າງຫ້ອງການທີ່ປຶກສາທະຫານລະຫວ່າງກັນ ແລະ ໄດ້ມີການປຶກສາຫາລືກ່ຽວກັບການສ້າງບົດບັນທຶກຄວາມເຂົ້າໃຈກ່ຽວກັບວຽກງານການປ້ອງກັນຊາດ, ສ່ວນວຽກງານປ້ອງກັນຄວາມສະຫງົບໃຫ້ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ.

            ການຮ່ວມມືດ້ານເສດຖະກິດໃນສົກປີຜ່ານມາສອງປະເທດມີມູນຄ່າການຄ້າສອງຝ່າຍບັນລຸໄດ້ 26,14 ລ້ານໂດລາສະຫະລັດ ເພີ່ມຂື້ນ 8%. ສຳລັບການລົງທຶນຂອງມາເລເຊຍຢູ່ລາວມີເຖິງ 89 ໂຄງການລວມມູນຄ່າຫລາຍກວ່າ 995 ລ້ານໂດລາສະຫະລັດໃນຂົງເຂດອຸດສາຫະກຳບໍ່ແຮ່ ແລະ ພະລັງງານແລະ ຈັດຢູ່ອັນດັບທີ 9 ຂອງການລົງທຶນຕ່າງປະເທດ.     ນອກນີ້ມາເລເຊຍມີຄວາມສົນໃຈລົງທຶນໃນເຂດເສດຖະກິດພິເສດ-ສະເພາະ ແລະ ຍິນດີໃຫ້ການຮ່ວມມືໃນການຊື້-ຂາຍພະ ລັງງານໄຟຟ້າລະຫວ່າງ 4 ປະເທດຄື: ລາວ-ໄທ-ມາເລເຊຍ-ສິງກະໂປ, ໂດຍຈະຊຸກຍູ້ໃຫ້ມີການລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັນ 4 ຝ່າຍ.ສ່ວນການຮ່ວມມືດ້ານວັດທະນະທໍາ-ສັງຄົມ ສອງຝ່າຍເຫັນດີຮ່ວມກັນໃນການຮ່ວມມືດ້ານການສຶກສາພາຍໃຕ້ໂຄງການ MTCP ໂດຍຈະໃຫ້ທຶນການສຶກສາ ແລະ ຝຶກອົບຮົມແກ່ ສປປ ລາວ ເພື່ອພັດທະນາບຸກຄະລາກອນດ້ານວັດທະນະທຳ ແລະ ທ່ອງທ່ຽວ ທັງສອງຝ່າຍເຫັນດີຮ່ວມກັນໃນການສົ່ງເສີມການແລກປ່ຽນດ້ານວັດທະນະທຳຄຽງຄູ່ກັບການທ່ອງທ່ຽວ ແລະ ຮ່ວມມືກັນໃນການສ້າງເງື່ອນໄຂອຳນວຍຄວາມສະດວກດ້ານຄົມມານາຄົມໃຫ້ຫລາຍຂຶ້ນໂດຍສະເພາະການເປີດສາຍການບິນໂດຍກົງລະຫວ່າງກົວລາລຳເປີ-ຫລວງພະບາງ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ຕົກລົງເຫັນດີຮ່ວມກັນໃນການຈັດກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍລາວ-ມາເລເຊຍ (JC) ຄັ້ງທີ 4 ເຊິ່ງຝ່າຍລາວ ຈະເປັນເຈົ້າພາບໃນທ້າຍປີ 2016. ສຳລັບການຮ່ວມມືໃນຂອບອາຊຽນ, ຝ່າຍລາວສະແດງຄວາມຂອບໃຈທີ່ຝ່າຍມາເລເຊຍ ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືແກ່ ສປປ ລາວ ໃນການເປັນປະທານອາຊຽນໃນປີ 2016 ນີ້.

No comments:

Post a Comment