ກອງປະຊຸມວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນ (AMM
Retreat) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-27 ກຸມພາ 2016 ທີ່ນະຄອນຫລວງວຽງຈັນ, ເຊິ່ງເປັນກອງປະຊຸມຄັ້ງທຳອິດຂອງລັດຖະມົນຕີຕ່າງປະເທດອາຊຽນພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ.
ກອງປະຊຸມໄດ້ສຸມໃສ່ປຶກສາຫາລືການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ໂດຍສະເພາະແຜນແມ່ບົດເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ການຮັດແໜ້ນການພົວພັນກັບພາຍນອກຂອງອາຊຽນ ແລະ ຄວາມເປັນແກນກາງຂອງອາຊຽນໃນໂຄງສ້າງຂອງພາກພື້ນທີ່ພວມຜັນແປ.
ລັດຖະມົນຕີຕ່າງປະເທດອາຊຽນ, ຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ-ສາກົນທີ່ມີຄວາມສົນໃຈ ແລະ ມີຄວາມເປັນຫ່ວງຮ່ວມກັນ. ໃນກອງປະຊຸມຄັ້ງນີ້, ສປປ
ລາວ ໄດ້ນຳສະເໜີ
8 ບູລິມະສິດຂອງການເປັນປະທານອາຊຽນປີ 2016 ຂອງຕົນພາຍໃຕ້ຄຳຂວັນ“ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມຂອງປະຊາຄົມອາຊຽນ”, ວິໄສທັດປະຊາຄົມອາຊຽນ 2025, ການປະກາດສ້າງຕັ້ງປະຊາຄົມອາຊຽນໃນວັນທີ 31 ທັນວາ
2015 ແລະ ຮັບຮອງເອົາວິໄສທັດປະຊາຄົມອາຊຽນ 2025 ລວມທັງ
ແຜນແມ່ບົດສຳລັບສາມເສົ້າຄ້ຳປະຊາຄົມອາຊຽນໄດ້ເສີມຂະຫຍາຍຄວາມພະຍາຍາມຂອງອາຊຽນ
ເພື່ອຮັດແໜ້ນການເຊື່ອມໂຍງພາກພື້ນ ແລະ ການສ້າງປະຊາຄົມໃຫ້ເຂັ້ມແຂງ.ບົນຈິດໃຈດັ່ງກ່າວ, ລັດຖະມົນຕີຕ່າງປະເທດອາຊຽນໄດ້ຢ້ຳຄືນຄວາມໝາຍໝັ້ນເພື່ອຮັບປະກັນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ຢ່າງມີປະສິດທິພາບ, ໂດຍສະເພາະແມ່ນແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025,ໂດຍສືບຕໍ່ຜັນຂະຫຍາຍບັນດາຜົນສຳເລັດທີ່ອາຊຽນຍາດມາໄດ້ ແລະ ອີງໃສ່ບົດຮຽນທີ່ຖອດຖອນໄດ້ຈາກແຜນແມ່ບົດວ່າດ້ວຍການສ້າງປະຊາຄົມອາຊຽນປີ 2009-2015.
ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຢ້ຳວ່າ: ເພື່ອບັນລຸຈຸດປະສົງດັ່ງກ່າວ, ຈະຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນຂອງອາຊຽນ, ປັບປຸງຂັ້ນຕອນການເຮັດວຽກຂອງອາຊຽນ, ລວມທັງປັບປຸງບັນດາກອງປະຊຸມອາຊຽນ ແລະ ເລັ່ງລັດການສົ່ງພະນັກງານຈາກເສົາຄ້ຳປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ໄປປະຈຳການຢູ່ສຳນັກງານຜູ້ຕາງໜ້າຖາວອນປະຈຳອາຊຽນຂອງແຕ່ລະປະເທດຢູ່ຈາກາຕາ ແລະ ການປະສານງານລະຫວ່າງຂະແໜງການ/ເສົາຄ້ຳປະຊາຄົມອາຊຽນໃນລະດັບປະເທດ ແລະ ພາກພື້ນ
ແລະ ນຳໃຊ້ລະບົບການຕິດຕາມ ແລະ
ລາຍງານທີ່ມີປະສິດທິຜົນ.
ລັດຖະມົນຕີຕ່າງປະເທດອາຊຽນ,
ໄດ້ເນັ້ນເຖິງຄວາມສຳຄັນຂອງວາລະການພັດທະນາແບບຍືນຍົງ 2030 ຂອງອົງການສະຫະປະຊາຊາດ ແລະ ການປະກອບສ່ວນຂອງເປົ້າໝາຍດັ່ງກ່າວຕໍ່ຂະບວນການສ້າງປະຊາຄົມອາຊຽນ ແລະ ການເຊື່ອມໂຍງພາກພື້ນ, ດັ່ງທີ່ກຳນົດໃນຖະແຫລງການຂອງລັດຖະມົນຕີຕ່າງປະເທດອາຊຽນ ເນື່ອງໃນໂອກາດຄົມຮອບ 70 ປີ
ຂອງອົງການສະຫະປະຊາຊາດ. ດັ່ງນັ້ນ, ລັດຖະມົນຕີຕ່າງປະເທດອາຊຽນຈຶ່ງເຫັນດີຕໍ່ຂໍ້ສະເໜີຂອງໄທເພື່ອເປັນປະເທດປະສານງານດັ່ງກ່າວ ແລະ ລາຍງານລາຍລະອຽດໃຫ້ຊາບໃນເວລາອັນຄວນ.
ບູລິມະສິດການເປັນປະທານອາຊຽນປີ 2016, ລັດຖະມົນຕີຕ່າງປະເທດອາຊຽນ ໄດ້ປຶກສາຫາລື 8 ບູລິມະສິດສຳລັບການເປັນປະທານອາຊຽນໃນປີ 2016 ທີ່ສະເໜີໂດຍ
ສປປ ລາວ
ຄື: ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025,ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການອຳນວຍຄວາມສະດວກດ້ານການຄ້າ, ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ການພັດທະນາການທ່ອງທ່ຽວ, ການເຊື່ອມຈອດ, ການສົ່ງເສີມວຽກເຮັດງານທຳ, ການຫັນໄປສູ່ເສດຖະ ກິດໃນລະບົບຂອງອາຊຽນ ແລະ ການສົ່ງເສີມການຮ່ວມມືພາກພື້ນເພື່ອການອະນຸລັກ, ປົກປັກຮັກສາ ແລະ
ສົ່ງເສີມມໍລະດົກທາງດ້ານວັດທະນະທຳອາຊຽນ.
ຕໍ່ 2 ບູລິມະສິດຄື: ການຮັດແຄບຄວາມແຕກໂຕນດ້ານການພັດທະນາ ແລະ ການຂົນສົ່ງເສີມການເຊື່ອມຈອດພາກພື້ນ ພາຍໃຕ້ການເປັນປະທານຂອງ ສປປ
ລາວ ຈະມີ
2 ເອກະສານສຳຄັນຄື: ແຜນວຽກຂໍ້ລິເລີ່ມສຳລັບການເຊື່ອມໂຍງອາຊຽນສະບັບທີ 3 ແລະ ວາລະການເຊື່ອມຈອດອາຊຽນຫລັງປີ 2015.ເອກກະສານ
2 ສະບັບດັ່ງກ່າວເປັນສ່ວນໜຶ່ງຂອງວິໄສທັດປະຊາຄົມອາຊຽນ 2025 ທີ່ຜູ້ນຳອາຊຽນຈະຮັບຮອງເອົາໃນເດືອນກັນຍາ 2016.
ສໍາລັບການພົວພັນກັບພາຍນອກ,
ລັດຖະມົນຕີຕ່າງປະເທດອາຊຽນ
ໄດ້ຢ້ຳຄືນຄວາມສຳຄັນຂອງຄວາມເປັນແກນກາງຂອງອາຊຽນໃນພາກພື້ນທີ່ມີການພັດທະນາຢ່າງເຂັ້ມແຂງ ແລະ ເປີດກວ້າງການຮ່ວມມືກັບພາຍນອກ, ລັດຖະມົນຕີຕ່າງປະເທດ ໄດ້ປຶກສາຫາລືກ່ຽວກັບວິທີການ ແລະ
ວິທີທາງ ເພື່ອຮັດແໜ້ນການຮ່ວມມືກັບບັນດາຄູ່ເຈລະຈາກໍຄືການສົ່ງເສີມການພົວພັນກັບພາຍນອກ ເພື່ອຜົນປະໂຫຍດຮ່ວມກັນ.
ອາຊຽນຈະຮ່ວມມືກັນຢ່າງໃກ້ຊິດກັບບັນດາຄູ່ເຈລະຈາ ເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງມີປະສິດທິພາບບັນດາແຜນການ ແລະ ມາດຕະການ
ພາຍໃຕ້ບັນດາແຜນປະຕິບັດງານ 2016-2020 ກັບແຕ່ລະຄູ່ເຈລະຈາ, ເຊິ່ງຈະເປັນການປະກອບສ່ວນຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ.
ລັດຖະມົນຕີຕ່າງປະເທດອາຊຽນ, ໄດ້ເນັ້ນເຖິງຄວາມຈຳເປັນ ແລະ ຄວາມສຳຄັນໃນການຮັກສາ ແລະ
ສົ່ງເສີມຄວາມເປັນແກນກາງ ແລະ ຄວາມສຳຄັນຂອງອາຊຽນ ໃນໂຄງສ້າງພາກພື້ນທີ່ຕ້ອງເສີມຂະຫຍາຍຈາກບັນດາກົນໄກທີ່ອາຊຽນລິເລີ່ມຂຶ້ນ. ບົນເນື້ອໃນຈິດໃຈດັ່ງກ່າວນີ້, ລັດຖະມົນຕີຕ່າງປະເທດອາຊຽນໄດ້ຮຽກຮ້ອງໃຫ້ມີການຈັດຕັ້ງປະຕິບັດແຜນວຽກວ່າດ້ວຍການຮັກສາ ແລະ ສົ່ງ ເສີມຄວາມເປັນແກນກາງຂອງອາຊຽນສະບັບປັບປຸງໃຫ້ມີປະສິດທິພາບ ແລະ ຄົບຖ້ວນ,ລັດຖະ ມົນຕີຕ່າງປະເທດອາຊຽນ, ຍັງໄດ້ເນັ້ນເຖິງຄວາມຈຳເປັນສຳລັບອາຊຽນທີ່ຈະຕ້ອງຫລິ້ນບົດບາດເປັນຜູ້ນຳໃນການສ້າງໂຄງສ້າງພາກພື້ນທີ່ມີການຜັນແປ.
ສ່ວນການແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ, ລັດຖະມົນຕີຕ່າງປະ ເທດອາຊຽນໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈ ແລະ
ເປັນຫ່ວງຮ່ວມກັນ, ເຊິ່ງລວມມີສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານເຊັ່ນ:ການກໍ່ການຮ້າຍ,ຄວາມປອດໄພດ້ານອິນເຕີເນັດ, ໄພທຳມະຊາດ, ການປ່ຽນແປງສະພາບດິນຟ້າອາກາດ,ການຍ້າຍຖິ້ນຖານຂອງປະຊາຊົນແບບຜິດປົກກະຕິ, ການຄ້າມະນຸດ, ຄວາມໝັ້ນຄົງ ແລະ
ການຮ່ວມມືທາງທະເລ, ແລະ
ສະພາບການຢູ່ພາກພື້ນຕ່າງໆ ລວມທັງສະພາບການຢູ່ຕາເວັນອອກກາງ, ແຫລມເກົາຫລີ, ທະເລຈີນໃຕ້ ແລະ
ອື່ນໆ.
ໂດຍຫວນຄືນເຖິງຖະແຫລງການຂອງລັດຖະມົນຕີຕ່າງປະເທດອາຊຽນກ່ຽວກັບການກໍ່ການຮ້າຍຢູ່ນະຄອນຈາກາຕາປະເທດອິນໂດເນເຊຍ, ບັນດາລັດຖະມົນຕີຕ່າງປະເທດອາຊຽນໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງອາຊຽນໃນການເຮັດວຽກຮ່ວມກັບວົງຄະນະຍາດສາກົນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມືໃນການຕ້ານການກໍ່ການຮ້າຍໃນທຸກຮູບແບບ ແລະ ຮູບການ,ບໍ່ວ່າດ້ວຍເຫດຈູງໃຈໃດ, ຢູ່ແຫ່ງຫົນໃດ, ເວລາໃດ ແລະ ໃຜກໍຕາມທີ່ກະທຳການກໍ່ການຮ້າຍ.
ໂດຍສືບຕໍ່ຫວນຄືນເຖິງຖະແຫລງການຂອງລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບການທົດລອງອາວຸດນິວເຄລຍຂອງ ສປປ ເກົາຫລີ
ແລະ ຖະແຫລງການຂອງລັດຖະມົນຕີຕ່າງປະເທດອາຊຽນກ່ຽວກັບການຍິງລູກສອນໄຟຂອງ ສປປ ເກົາຫລີ, ອາຊຽນໄດ້ຢ້ຳຄືນການສະໜັບສະໜູນຢ່າງເຕັມປ່ຽມໃນການສ້າງແຫລມ ເກົາຫລີໃຫ້ເປັນເຂດປອດອາວຸດນິວເຄລຍໂດຍສັນຕິວິທີ ແລະ ຮຽກຮ້ອງໃຫ້
ສປປ ເກົາຫລີ
ປະຕິບັດຕາມມະຕິຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ແລະ ໄດ້ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງສືບຕໍ່ຄວາມພະຍາຍາມຮ່ວມກັນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນດັ່ງກ່າວ ແລະ
ສ້າງສະພາບແວດລ້ອມທີ່ເອື້ອອຳນວຍເພື່ອພື້ນຟູການເຈລະ ຈາ 6 ຝ່າຍໃນເວລາອັນໄວ ເພື່ອເປັນພື້ນຖານໃຫ້ແກ່ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ,
ຄວາມໝັ້ນຄົງ ແລະ
ສະຖຽນລະພາບຢູ່ໃນແຫລມເກົາຫລີ.
ກ່ຽວກັບທະເລຈີນໃຕ້, ລັດຖະມົນຕີຕ່າງປະເທດອາຊຽນ ຍັງມີຄວາມເປັນຫ່ວງຢ່າງຈິງຈັງຕໍ່ກັບສະພາບການທີ່ເກີດຂຶ້ນຫວ່າງບໍ່ດົນມານີ້ ແລະ ພວມສືບຕໍ່, ໄດ້ຮັບຊາບຄວາມເປັນຫ່ວງຂອງບາງລັດຖະມົນຕີກ່ຽວກັບການຂະຫຍາຍເນື້ອທີ່ດິນ ແລະ ການຂະຫຍາຍບັນດາກິດຈະກຳຕ່າງໆໃນຂົງເຂດດັ່ງກ່າວ, ເຊິ່ງໄດ້ເຮັດໃຫ້ຫລຸດຜ່ອນຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄວາມເຄັ່ງຕຶງ ແລະ ອາດຈະສົ່ງຜົນກະທົບຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ
ສະຖຽນລະພາບຢູ່ໃນພາກພື້ນ.
ລັດຖະມົນຕີຕ່າງປະເທດອາຊຽນ, ໄດ້ຢືນຢັນຄືນຄວາມສຳຄັນຂອງການປົກປັກຮັກສາສັນຕິ ພາບ, ຄວາມໝັ້ນຄົງ, ສະຖຽນລະພາບ,
ແລະ ເສລີພາບໃນການເດີນເຮືອ ແລະ
ການບິນຜ່ານທະເລຈີນໃຕ້.
ລັດຖະມົນຕີຕ່າງປະເທດອາຊຽນ, ຍັງໄດ້ຢືນຢັນຄືນຄວາມຈຳເປັນໃນການສົ່ງເສີມຄວາມໄວ້ເນື້ອເຊື້ອໃຈກັນ, ການເອົາຄວາມອົດກັ້ນໃນການດຳເນີນກິດຈະກຳຕ່າງໆ ແລະ ຫລີກລ່ຽງການກະທຳທີ່ອາດເຮັດໃຫ້ສະຖານະການມີຄວາມສັບສົນຍິ່ງຂຶ້ນ ແລະ ດຳເນີນການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ ໂດຍສອດຄ່ອງກັບກົດໝາຍສາກົນ.
ລັດຖະມົນຕີຕ່າງປະເທດອາຊຽນໄດ້ຢືນຢັນຄືນຄວາມໝາຍໝັ້ນຮ່ວມກັນຂອງຕົນໃນການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ,
ຄວາມໝັ້ນຄົງ ແລະ
ສະຖຽນລະພາບຢູ່ໃນພາກພື້ນກໍຄືການແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ ລວມທັງການເຄົາລົບຢ່າງເຕັມປ່ຽມຕໍ່ຂະບວນການທາງດ້ານກົດໝາຍ ແລະ ການທູດ, ບໍ່ນາບຂູ່ດ້ວຍກຳລັງ ຫລື ບໍ່ນຳໃຊ້ກຳລັງ, ໂດຍສອດຄ່ອງກັບບັນດາຫລັກການຂອງກົດໝາຍສາກົນລວມທັງສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທາງທະເລປີ 1982.
ລັດຖະມົນຕີຕ່າງປະເທດອາຊຽນໄດ້ເນັ້ນເຖິງຄວາມສຳຄັນຂອງການບໍ່ຫັນເປັນການທະຫານ ແລະ ຄວາມອົດກັ້ນໃນການດຳເນີນກິດຈະກຳຕ່າງໆ.
ລັດຖະມົນຕີອາຊຽນ, ໄດ້ຢ້ຳເຖິງຄວາມສຳຄັນຂອງການຈັດຕັ້ງປະຕິບັດຖະແຫລງການວ່າດ້ວຍການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ໃຫ້ເຕັມສ່ວນ ແລະ ມີປະສິດທິພາບຢ່າງຄົບຖ້ວນ ແລະ
ໂດຍຮັບຊາບທ່ວງທ່າທີ່ດີ ແລະ ການກ້າວເຂົ້າສູ່ໄລຍະໃໝ່ຂອງການປຶກສາຫາລື, ໄດ້ຮຽກຮ້ອງໃຫ້ມີການສ້າງກົດແຫ່ງການປະພຶດຢ່າງຮີບດ່ວນ.
ລັດຖະມົນຕີຕ່າງປະເທດອາຊຽນຍັງໄດ້ຢ້ຳເຖິງຄວາມຈຳເປັນໃນການເພີ່ມທະວີຄວາມພະຍາຍາມ ເພື່ອຈັດຕັ້ງປະຕິບັດຖະແຫລງການວ່າດ້ວຍການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ໃຫ້ມີຄວາມຄືບໜ້າຫລາຍກວ່າເກົ່າ ແລະ ຮ່າງກົດແຫ່ງການປະພຶດຢ່າງມີເນື້ອໃນ.
No comments:
Post a Comment