ໃນວັນທີ 1 ມີນານີ້, ຢູ່ອົງການກາແດງລາວ, ນະຄອນຫລວງວຽງຈັນ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫລືອຈາກກຸ່ມບໍລິສັດ ໂຄລາວຜ່ານອົງການດັ່ງກ່າວ, ຊຶ່ງປະກອບມີ: ເຄື່ອງນຸ່ງຫົ່ມ,
ອາຫານແຫ້ງ ແລະ ເງິນ ສົດຈຳນວນໜຶ່ງ ເພື່ອນຳໄປມອບຕໍ່ໃຫ້ກັບຜູ້ທຸກຍາກ, ຂາດເຂີນ, ໂດຍສະເພາະ ປະຊາຊົນຜູ້ທີ່ອາໃສຢູ່ເຂດຫ່າງໄກສອກຫລີກທີ່ຕ້ອງການຄວາມຊ່ວຍເຫລືອທາງດ້ານສິ່ງຂອງ, ວັດຖຸ ແລະ ອື່ນໆ ທີ່ສາ
ມາດນຳໄປໃຊ້ໃນຊີວິດປະຈຳວັນຂອງຕົນໄດ້.
ພ້ອມນີ້,
ອົງການດັ່ງກ່າວ ຍັງຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງພ້ອມກັນປະກອບ ສ່ວນຊ່ວຍເຫລືອສັງຄົມນຳກັນ, ເນື່ອງຈາກວ່າຢູ່ເຂດຫ່າງໄກສອກຫລີກ ຍັງມີຜູ້ທຸກຍາກ ແລະ ຂາດເຂີນເຄື່ອງ ນຸ່ງຫົ່ມ
ແລະ ສິ່ງຂອງອື່ນໆ ເປັນຈຳນວນຫລາຍ, ສະນັ້ນ ຈົ່ງພ້ອມກັນໃຫ້ການຊ່ວຍເຫລືອຜູ້ທຸກຍາກຂາດເຂີນດັ່ງກ່າວເພື່ອໃຫ້ພວກເຂົາມີຊີວິດການເປັນຢູ່ດີຂຶ້ນ.
No comments:
Post a Comment