ເກີດອຸປະຕິເຫດ ມີລົດຈັກຂັບໄວ ເສຍຫລັກຕຳຄູກາງທາງ ຈົນຄົນຂັບຟົ້ງໄປຕຳເສົາໄຟເຍືອງທາງຢ່າງແຮງ ເສຍຊີວິດຄາທີ່.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ອຸປະຕິເຫດດັ່ງກ່າວເກີດຂຶ້ນເມື່ອເວລາປະມານ 3 ໂມງເຊົ້າຂອງວັນທີ
1 ມີນານີ້, ຢູ່ເສັ້ນທາງຕັດໃໝ່ ບ້ານໂຊກ (450ປີ)
ຫາ ບ້ານໂຄກສະອາດ (ຫລັກ 21), ທ້າວ
ບຸນຍູ້, ອາຍຸ 32 ປີ ກຳມະກອນ, ຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ຂັບຂີ່ລົດຈັກບໍ່ມີໝາຍເລປ້າຍກທະບຽນ ມາແຕ່ເສັ້ນທາງ 450 ປີ ມຸ້ງໜ້າໄປທາງ ໄຟແດງຫລັກ 21 ພໍມາຮອດຈຸດເກີດເຫດບ້ານ ສະພັງຄະນົງ ເມືອງໄຊທານີ ກໍໄດ້ໄປຕຳຄູກາງທາງ ຫລັງຈາກນັ້ນ ຜູ້ກ່ຽວໄດ້ຟົ້ງໄປຕຳເສົາໄຟເຍືອງທາງ ເຮັດໃຫ້ຫົວແຕກ ສົ່ງຜົນໃຫ້ເສຍຊີວິດຄາທີ່.
ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ: ຄ້າຍແລງຂອງວັນທີ 28 ກຸມພາຜ່ານມາ,
ຢູ່ເຂດບ້ານປາກຕອນ ເມືອງສັງທອງ ນະຄອນຫລວງວຽງຈັນ, ກໍໄດ້ເກີດອຸປະຕິເຫດລົດຕູ້ຕຳລົດຈັກ ເຮັດໃຫ້ທ້າວ ໄຊເພັດ (ຜູ້ຂັບຂີ່ລົດຈັກ) ອາຍຸ 22 ປີ,
ນັກສຶກສາ ເສຍຊີວິດຄາທີ່.

No comments:
Post a Comment