Ad

Ad

2 March 2016

ຖະແຫລງຜົນການມ້າງ​ເປົ້າ​ໝາຍ​​ໃຊ້​ບັດ ​ເອທີ​ເອັມ ປອມ​ກົດເອົາເງິນໃນຕົວເມືອງ


        ໃນບ່າຍວັນທີ 1 ມີນານີ້, ຢູ່ຫ້ອງຕຳຫລວດນະຄອນຫລວງວຽງຈັນ ທ່ານ ພັທ ຄຳແພງ ໄຊຍະລາດຮອງກອງບັນຊາການ ປກສ ນະຄອນຫລວງວຽງຈັນ,​ໄດ້ແຫລງກ່ຽວ ກັບຜົນການຈັບເປົ້າໝາຍກໍ່ຄວາມ ບໍ່ສະຫງົບເພື່ອລັກຊັບຄົນອື່ນ ໂດຍການນຳໃຊ້ບັດເອທີເອັມປອມກົດເອົາເງິນຕາມຕູ້ເອທີເອັມຕ່າງໆໃນຕົວເມືອງ ວ່າ: ພາຍຫລັງໄດ້ຮັບແຈ້ງວ່າມີການເຄື່ອນໄຫວຂອງກຸ່ມຄົນບໍ່ດີໃຊ້ບັດເອທີເອັມ (ATM) ປອມເພື່ອລັກກົດເອົາເງິນຕາມຕູ້ ເອທີເອັມ ຢູ່ຕາມສະຖານທີ່ຕ່າງໆ, ການນຳ ໃຊ້ບັດປອມລັກກົດເອົາເງິນຜ່ານເຄື່ອງຮູດບັດ DBC ​ແລະ ການນຳໃຊ້ບັດປອມກົດຊຳລະຄ່າສິນຄ້າຕາມຮ້ານຄ້າທົ່ວໄປໃນຕົວເມືອງນະຄອນຫລວງວຽງຈັນ, ດັ່ງນັ້ນເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ​​ໄດ້ແຕ່ງຕັ້ງ​​ເຈົ້າ
ໜ້າທີ່ວິຊາສະເພາະ ສົມທົບກັບພາກສ່ວນກ່ຽວຂ້ອງເພື່ອລົງ​​ເກັບກໍາຂໍ້ມູນນຳຜູ້ເສຍຫາຍ ກໍຄືບັນດາທະນາຄານຕ່າງໆມາແຕ່ວັນທີ 2 ທັນວາ 2015 ຈົນເຖິງວັນທີ 20 ມັງກອນ 2016 ຈຶ່ງສາມາດຈັບກຸມເປົ້າໝາຍໄດ້ທັງໝົດ 11 ຄົນ, ​ໃນນັ້ນ ມີສັນຊາດ ບຸນກາລີ 1 ຄົນ, ​ໂລມາເນຍ 1 ຄົນ, ຈີນ 8 ຄົນແລະ ລາວ 1 ຄົນ, ພ້ອມນີ້ ຍັງສາມາດຢືດຂອງກາງທີ່ຄົນຮ້າຍໃຊ້ກໍ່ເຫດຄື: ຄອມພິວເຕີ້ໂນດບຸກ 3 ​ເຄື່ອງ, ​ເຄື່ອງຮູດ​​ບັດປອມ 3 ​ເຄື່ອງ, ບັດເອທີເອັມແລະ ບັດເຄດິດຫລາຍກວ່າ 200 ບັດແລະເງິນສົດຫລາຍກວ່າ 90 ລ້ານກີບ.
          ​ເຈົ້າໜ້າທີ່ ໃຫ້ຮູ້​​ວ່າ: ຜ່ານການສືບສວນ-ສອບສວນ ພວກກ່ຽວໄດ້ຮັບສາລະພາບວ່າໄດ້ນຳໃຊ້ບັດເອທີເອັມ ປອມເພື່ອກົດເອົາເງິນຢູ່ຕາມຕູ້ເອທີເອັມຕ່າງ​, ກົດຜ່ານເຄື່ອງຮູດບັດ DBC ​ເພື່ອໂອນເງິນເຂົ້າບັນຊີແລະ ກົດຊຳລະຄ່າສິນຄ້າຕາມຮ້ານຄ້າທົ່ວໄປໃນຂອບເຂດນະຄອນຫລວງວຽງຈັນແລະຂອງກາງທີ່ເຈົ້າໜ້າທີ່ກວດພົບນັ້ນເປັນຂອງພວກກ່ຽວແທ້.

          ພ້ອມນີ້ເຈົ້າໜ້າທີ່ ຍັງຈະສືບຕໍ່ເປີດກ້ວາງການສືບສວນ-ສອບສວນເກັບກຳຂໍ້ມູນຫລັກຖານຂະຫຍາຍຜົນໄປຫາກຸ່ມແກ້ງເຄືອຂ່າຍທີ່ຍັງເຫລືອເພື່ອນຳຈັບຕົວມາດຳເນີນຄະດີຕາມລະບຽບກົດໝາຍ​. ນອກນີ້ ຍັງຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມໂດຍສະເພາະຜູ້ປະກອບການທຸລະກິດຕ່າງໆ ຈົ່ງມີສະຕິລະວັງຂຶ້ນຕື່ມ​ ​ເພື່ອບໍ່ໃຫ້ຕົກເປັນ​​ເຫຍື່ອຂອງກຸ່ມແກ້ງກໍ່ຄວາມສະຫງົບທຸກຮູບແບບ.

No comments:

Post a Comment