Ad

Ad

2 March 2016

ເຮືອນ ​ແລະ ​ຜົນ​ຜະລິດກະສິກໍາຂອງປະຊາຊົນສອງ​ບ້ານ​ຢູ່​ເມືອງ​ຫ້ວຍ​ຊາຍ​​ໄດ້​ຮັບ​ຜົນເສຍ​ຫາຍ​ໜັກ ຍ້ອນ​​ພະຍຸຝົນ​ພັດ​ແຮງ​ເມື່ອ​ທ້າຍ​ອາທິດ​ຜ່າ​ນມາ

           ​ເຮືອນປະຊາຊົນຫລາຍຫລັງແລະຜົນຜະລິດກະສິກໍາຫລາຍເຮັກຕາຂອງປະຊາຊົນບ້ານປຸ່ງແລະ ບ້ານຈ້ວມ,​ ເມືອງຫ້ວຍຊາຍ,​ ແຂວງບໍ່ແກ້ວ,​ ໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ, ພາຍຫລັງຖືກລົມພະຍຸຝົນພັດຢ່າງຮຸນແຮງຕິດຕໍ່ກັນຫລາຍມື້ໃນທ້າຍອາທິດຜ່ານມາ, ຂະນະທີ່ອໍານາດການປົກຄອງທ້ອງຖິ່ນພວມເລັ່ງກວດກາສະພາບຄວາມເສຍຫາຍທັງໝົດເພື່ອປະສານສົມທົບກັບພາກລັດກ່ຽວ ຂ້ອງໃນການຊ່ວຍເຫລືອຟື້ນຟູແກ້ໄຂຜົນກະທົບຈາກໄພທໍາມະຊາດຄັ້ງນີ້.

          ຫ້ອງການກະສິກໍາ-ປ່າໄມ້ເມືອງຫ້ວຍຊາຍໄດ້ລາຍງານໃຫ້ຮູ້ວ່າ:​ ໃນລະຫວ່າງວັນທີ 24 – 28 ກຸມພາຜ່ານມາ,​ ໄດ້ເກີດມີລົແລະ ຝົນຕົກຕິດຕໍ່ຢ່າງແຮງໃນເຂດສອງບ້ານດັ່ງກ່າວ, ຊຶ່ງຫ່າງຈາກເທດສະບານເມືອງປະມານ 30 ກິໂລແມັດ, ອັນໄດ້​​ເຮັດໃຫ້ເຮືອນຊານປະຊາຊົນເປ່ເພຫລາຍກວ່າ 80 ຫລັງແລະ ມີຜູ້ເສຍຊີວິດໜຶ່ງຄົນ, ນອກຈາກນີ້ຍັງສວນປູກກ້ວຍຂອງປະຊາຊົນຫລາຍ
ກວ່າຮ້ອຍເຮັກຕາກໍໄດ້ຮັບຜົນເສຍຫາຍໜັກໜ່ວງເຊັ່ນດຽວກັນ. ຫລັງຈາກສະພາບອາກາດທີ່ບໍ່ດີດັ່ງກ່າວສະ ຫງົບລົງ, ອໍານາດການປົກຄອງທ້ອງຖິ່ນຈຶ່ງໄດ້ຮີບຮ້ອນຈັດສົ່ງພະນັກງານວິຊາການລົງກວດກາຄວາມເສຍຫາຍທັງໝົດເພື່ອລາຍງານໃຫ້ແຂວງແລະ ໜ່ວຍງານກ່ຽວຂ້ອງຮັບ ຊາບເພື່ອຫາວິທີຟື້ນຟູແລະ ຊ່ວຍເຫລືອຜູ້​​ໄດ້ຮັບຜົນກະທົບເບື້ອງຕົ້ນ. ປັດຈຸບັນສິ່ງທີ່​​ຜູ້ໄດ້ຮັບຜົນກະທົບມີຄວາມຕ້ອງການຮີບດ່ວນແມ່ນກະສັງສີ, ​ໄມ້ແລະ ອຸປະກອນ ອື່ນໆເພື່ອສ້ອມແປງເຮືອນ​​ທີ່ເປ່ເພໃຫ້ກັບມາມີສະພາບປົກກະຕິໂດຍໄວ.

No comments:

Post a Comment