ໃນວັນທີ 1 ມີນານີ້, ຢູ່ຫໍວັດທະນະທຳແຫ່ງຊາດ, ກະຊວງຖະແຫລງຂ່າວ,
ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ໄດ້ຈັດການເຜີຍແຜ່ເອກະສານເລືອກຕັ້ງສະມາຊິກສະພາແຫ່ງຊາດ
ຊຸດທີ VIII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ໂດຍການເຜີຍແຜ່ຂອງທ່ານ ສຈ.ດຣ ບໍ່ແສງຄຳ ວົງດາລາ
ລັດຖະມົນຕີວ່າການກະຊວງດັ່ງກ່າວ, ມີບັນດາລັດຖະມົນຕີຊ່ວຍ, ຫົວໜ້າກົມ ແລະ ພະນັກ ງານລັດຖະກອນອ້ອມຂ້າງກະຊວງດັ່ງກ່າວເຂົ້າຮ່ວມເປັນຈໍານວນຫລາຍ.
ໂອກາດດັ່ງກ່າວ, ທ່ານລັດຖະມົນຕີວ່າການກະຊວງ ຖວທ, ໄດ້ນຳເອົາເນື້ອໃນສຳຄັນຂອງເອກະສານຈຳນວນ
4 ສະບັບມາເຜີຍແຜ່ເປັນຕົ້ນ: ມະຕິຕົກລົງວ່າດ້ວຍການເພີ່ມທະວີການຊີ້ນໍາຂອງພັກຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ
VIII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ,ນະຄອນຫລວງ, ເອກະສານ 40 ປີແຫ່ງການປົກປັກຮັກສາ ແລະ
ສ້າງສາພັດທະນາ
ປະເທດຊາດພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ເອກະສານເສີມສ້າງສິດເປັນເຈົ້າຂອງປະຊາຊົນໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ
VIII ແລະ ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ. ທັງນີ້ເພື່ອແນໃສ່ໃຫ້ການເລືອກຕັ້ງຄັ້ງນີ້ມີຜົນສຳເລັດໃນທຸກດ້ານ,
ທັງຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນລາວບັນດາຜູ້ມີສິດເລືອກຕັ້ງໄດ້ໃຊ້ສິດຂອງຕົນຢ່າງເຕັມສ່ວນ
ແລະ ຖືກຕ້ອງຕາມລະບຽບການເລືອກຕັ້ງ.
ໂອກາດນີ້, ທ່ານລັດຖະມົນຕີວ່າການກະຊວງ
ຖວທ ໄດ້ຮຽກຮ້ອງໃຫ້ພະນັກງານລັດຖະ ກອນທັງໝົດຂອງກະຊວງ ໄປໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມສ່ວນໃນການປ່ອນບັດເລືອກຕັ້ງເພື່ອໃຫ້ການເລືອກຕັ້ງຄັ້ງນີ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

No comments:
Post a Comment